ນະຄອນ ໂຮ່ຈີມິນ ຂົນຂວາຍຈຳນວນເງິນປະມານ 3,2 ລ້ານໂດລາສະຫະລັດ ໃນໂຄງການ “ເພື່ອເຈື່ອງຊາສີຂຽວ”

(VOVWORLD) - ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ວິສາຫະກິດ, ອົງການສາສະໜາ, ພະນັກງານ, ນັກຮົບ...
ນະຄອນ ໂຮ່ຈີມິນ ຂົນຂວາຍຈຳນວນເງິນປະມານ 3,2 ລ້ານໂດລາສະຫະລັດ ໃນໂຄງການ “ເພື່ອເຈື່ອງຊາສີຂຽວ” - ảnh 1ພິທີປຸກລະດົມໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ
(ພາບ:Ngọc Xuân/VOV)

ຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມໂຄສະນາກ່ຽວກັບເຂດຊາຍແດນ, ທະເລ, ໝູ່ເກາະປີ 2023 ແລະ ປຸກລະດົມການປະຕິບັດໂຄງການ “ເພື່ອເຈື່ອງຊາສີຂຽວ”. ນະທີ່ນີ້, ທ່ານນາງ ເຈິ່ງກິມອ໋ຽນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ໂຄງການ “ເພື່ອເຈື່ອງຊາສີຂຽວ” ໄລຍະ 2023 – 2025 ຈະລະດົມທຸກແຫຼ່ງກຳລັງເພື່ອດັດປັບທີ່ດິນ, ປູກຜັກ, ຕົ້ນໄມ້ຫຼາຍຊະນິດ ແລະ ພິເສດແມ່ນຕົ້ນໄມ້ກັນຄື້ນຟອງທະເລ, ເພີ່ມອັດຕາຕົ້ນໄມ້ປົກຄຸມໃນເກາະ.

        ທີ່ກອງປະຊຸມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ວິສາຫະກິດ, ອົງການສາສະໜາ, ພະນັກງານ, ນັກຮົບ, ປະຊາຊົນນະຄອນ ທຸກຊັ້ນວັນນະ ແລະ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ຕອບສະໜອງໂຄງການ “ເພື່ອເຈື່ອງຊາສີຂຽວ” ຜ່ານການອຸດໜູນລາຍຈ່າຍ ແລະ ປະກອບສ່ວນເຂົ້າໃນກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”. ການຂົນຂວາຍນີ້ໄດ້ດຳເນີນແຕ່ມື້ນີ້ຮອດວັນທີ 30 ເມສາ 2025, ສູ້ຊົນຂົນຂວາຍໄດ້ຈຳນວນເງິນ 76 ຕື້ ດົ່ງ (ປະມານ 3,2 ລ້ານໂດລາສະຫະລັດ) ແລະ ແຕ່ລະປີຈະຈັດການໄປປະຕິບັດງານຂອງຄະນະຜູ້ແທນນະຄອນໂຮ່ຈີມິນ ຄັ້ງຕ່າງໆເພື່ອໄປມອບໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນໃນເມືອງເກາະເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ