ນະຄອນ ໂຮ່ຈີມິນ ຈະມີຫ້ອງວາງສະແດງກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

(VOVWORLD) - 2 ຝ່າຍຈະພ້ອມກັນອອກແບບ, ກໍ່ສ້າງຫ້ອງວາງສະແດງກ່ຽວກັບບັນດາຄວາມມານະພະຍາຍາມລວມຂອງ 2 ປະເທດໃນວຽກງານແກ້ໄຂຜົນຮ້ອຍຢ້ອນຫຼັງຈາກສົງຄາມ
ນະຄອນ ໂຮ່ຈີມິນ ຈະມີຫ້ອງວາງສະແດງກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ - ảnh 1(ພິທີລົງນາມໃນບົດບັນທຶກຊ່ວຍຈຳ)

        ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ຫໍພິພິທະພັນຮ່ອງຮອຍສົງຄາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການໜູນຊ່ວຍການວາງສະແດງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫໍພິພິທະພັນ. ຕາມນັ້ນແລ້ວ, 2 ຝ່າຍຈະພ້ອມກັນອອກແບບ, ກໍ່ສ້າງຫ້ອງວາງສະແດງກ່ຽວກັບບັນດາຄວາມມານະພະຍາຍາມລວມຂອງ 2 ປະເທດໃນວຽກງານແກ້ໄຂຜົນຮ້ອຍຢ້ອນຫຼັງຈາກສົງຄາມ, ຕອບສະໜອງມາດຕະຖານສາກົນກ່ຽວກັບຄວາມສະດວກໃຫ້ແຂກມາຢ້ຽມຊົນ. ຫ້ອງວາງສະແດງໃໝ່ຈະສຸມໃສ່ 3 ຂົງເຂດຮ່ວມມືຕົ້ນຕໍ, ຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກຫຼັງສົງຄາມ, ແກ້ໄຂສິ່ງແວດລ້ອມ ແລະ ໜູນຊ່ວຍຄົນພິການ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານປະທານສະພາສູງ ອາເມລິກາ Jeff Merkley, ເນັ້ນໜັກວ່າ:

        “ຫໍພິພິທະພັນແມ່ນເຂດສະແດງໃຫ້ເຫັນບັນດາຄວາມເຈັບປວດເຊິ່ງສົງຄາມປະໄວ້ໃຫ້ ແລະ ປະຈຸບັນຈະສືບຕໍ່ເປັນເຂດທີ່ເປນພະຍານຫຼັກຖານ ແລະ ເຂດນຳສະເໜີກ່ຽວກັບການເຄື່ອນໄຫວຮ່ວມມືລວມລະຫວ່າງ 2 ປະເທດ ໃນການຜ່ານຜ່າ ແລະ ຮຳບາດແຜສົງຄາມ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະພ້ອມກັນຂົນຂວາຍ ແລະ ມີຄວາມມານະພະຍາຍາມຫຼາຍກວ່າອີກໃຫ້ບັນດາໂຄງການຮ່ວມມືລວມລະຫວ່າງ ຫວຽດນາມ ແລະ ອາເມລິກາ ເພື່ອໜູນຊ່ວຍຄົນພິການ, ໂດຍສະເພາະແມ່ນເດັກນ້ອຍທີ່ຖືກຜົນສະທ້ອນຍ້ອນສົງຄາມ; ອະນາໄມເຂດຖືກມົນລະພິດຍ້ອນລະເບີດ ໝາກມິນ, ວັດຖຸລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ…”

        ຕາມແຜນການ, ຫ້ອງວາງສະແດງຈະກໍ່ສ້າງສຳເລັດໃນປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ  ອາເມລິກາ ເປັນປົກກະຕິ (12 ກໍລະກົດ 1995 – 12 ກໍລະກົດ 2025).

ຕອບກັບ

ຂ່າວ/ບົດ​ອື່ນ