ນະຄອນ ໂຮ່ຈີ໋ມີນ ປາດຖະໜາວ່າ ອາເມລິກາ ໜູນຊ່ວຍພັດທະນາຕົວເມືອງສະຫຼາດ

(VOVWORLD) - ວັນທີ 18 ຕຸລາ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີນ ມີການຕ້ອນຮັບ ຄະນະຜູ້ແທນຄະນະກຳມາທີການການຕ່າງປະເທດ ໂດຍທ່ານ Ted Yoho, ປະທານອານຸກຳມະການ ອາຊີ - ປະຊີຟິກ ນຳໜ້າ. 
ນະຄອນ ໂຮ່ຈີ໋ມີນ ປາດຖະໜາວ່າ ອາເມລິກາ ໜູນຊ່ວຍພັດທະນາຕົວເມືອງສະຫຼາດ - ảnh 1 ທ່ານ ຫງວຽນທ້ຽນເຍີນ ມີການຕ້ອນຮັບ ທ່ານ Ted Yoho

ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ປະຈຸບັນ, ອາເມລິກາ ແມ່ນ ນັກລົງທຶນຕ່າງປະເທດ ໃຫຍ່ອັນດັບທີ 10 ຢູ່  ນະຄອນ ໂຮ່ຈີ໋ມີນ ດ້ວຍ 350 ກວ່າໂຄງການ, ລວມຍອດມູນຄ່າການລົງທຶນ ກວ່າ 640 ຕື້ USD. ອາເມລິກາ ພວມແມ່ນ ປະເທດນຳໜ້າກ່ຽວກັບເງິນລົງທຶນ ດ້ວຍ 310 ຕື້ USD, ກວມເອົາ 1/3 ຍອດຈຳນວນເງິນລົງທຶນຂອງຕ່າງປະເທດ. ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີນ ປາດຖະໜາວ່າ ລັດຖະບານ ແລະ ວິສາຫະກິດ ອາເມລິກາ ຈະຮ່ວມມື, ໜູນຊ່ວຍ ນະຄອນ ຜັນຂະຫຍາຍ ບັນດາການເຄື່ອນໄຫວເລີມທຸລະກິດ, ມີຫົວຄິດປະດິດສ້າງ ແລະ ພັດທະນາ ຕົວເມືອງສະຫຼາດ; ພ້ອມທັງ ເຊື່ອໝັ້ນວ່າ ທ່ານ  Ted Yoho ຈະສືບຕໍ່ເອົາໃຈໃສ່ ສະໜັບສະໜູນ ຫວຽດນາມ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງລະອຽດເພື່ອແນໃສ່ພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ໃນນັ້ນມີ ນະຄອນ ໂຮ່ຈີ໋ມີນ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ