ນະຄອນ ໂຮ່ຈີມິນ ສົ່ງເສີມໂຄສະນາການທ່ອງທ່ຽວຢູ່ ອົດສະຕາລີ

(VOVWORLD) - ນີ້ແມ່ນເຫດການສົ່ງເສີມການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ຕະຫຼາດ ອົດສະຕາລີ.
ນະຄອນ ໂຮ່ຈີມິນ ສົ່ງເສີມໂຄສະນາການທ່ອງທ່ຽວຢູ່ ອົດສະຕາລີ - ảnh 1(ທີ່ລາຍການໂຄສະນາການທ່ອງທ່ຽວ)

ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ຈັດຂຶ້ນໃນວັນທີ 12 ພຶດສະພາ, ຢູ່ ເຮືອທ່ອງທ່ຽວ Jackson Sydney Harbour Luxury Cruise, ທ່າກຳປັ່ນ Darling, Sydney - ລັດ New South Wales, ປະເທດ ອົດສະຕາລີ. ນີ້ແມ່ນການເຄື່ອນໄຫວທຳອິດໃນບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວຢູ່ ອົດສະຕາລີ ໂດຍພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ສົມທົບກັບບັນດາອົງການການທູດ ຫວຽດນາມ ປະຈຳ ອົດສະຕາລີ ຈັດຂຶ້ນ.

ດ້ວຍແຂກຖືກເຊີນເກືອບ 100 ຄົນແມ່ນວິສາຫະກິດທ່ອງທ່ຽວຢູ່ລັດ New South Wales, ນີ້ແມ່ນເຫດການສົ່ງເສີມການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ຕະຫຼາດ ອົດສະຕາລີ. ທີ່ເຫດການ, ທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ໃນລາຍການ, ນະຄອນ ໂຮ່ຈີມິນ ໄດ້ແນະນຳບັນດາຜະລິດຕະພັນໃໝ່, ພິດເສດແມ່ນບັນດາຜະລິດຕະພັນດ້ານວັດທະນະທຳ - ປະຫວັດສາດ, ບັນດາຜະລິດຕະພັນບັນເທິງ, ການເຄື່ອນໄຫວຊື້ຂາຍ ສົມທົບກັບອາຫານການກິນຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ