ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່​ການ​ສ້າງ​ຍຸດ​ທະ​ສາດ​ຫັ​ນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ຕອນບ່າຍວັນທີ 15 ເມສາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງການນຳນະຄອນກັບວິສາຫະກິດ, ນັກຊ່ຽວຊານດ້ານເຕັກໂນໂລຢີຂໍ້ມູນຂ່າວສານ - ວຽກງານສື່ມວນຊົນ.
ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່​ການ​ສ້າງ​ຍຸດ​ທະ​ສາດ​ຫັ​ນ​ເປັນ​ດີ​ຈີ​ຕອນ - ảnh 1ປະຊາຊົນ ແລະ ວິສາຫະກິດຊົມໃຊ້ຕົວຈິງກັບການຫັນເປັນດີຈີຕອນ (ພາບ: TPHCM.VN)

    ກ່າວຄຳເຫັນທີ່ການພົບປະ, ທ່ານຟານວັນໝາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງ 5 ໜ້າທີ່ ຕ້ອງປະຕິບັດໃນທັນທີ ນັ້ນແມ່ນ ກົນໄກໜູນຊ່ວຍວິສາຫະກິດໃນການຫັນເປັນດີຈີຕອນ; ຍຸດທະສາດແຫຼ່ງຊັບພະຍາກອນມະນຸດ; ຍຸດທະສາດຮັບປະກັນຄວາມໝັ້ນຄົງປອດໄພທາງດ້ານຂໍ້ມູນຂ່າວສານ; ຍຸດທະສາດຂໍ້ມູນ; ແຜນການ (ແຜນຮ່າງ) ສ້າງນະຄອນ ໂຮ່ຈີມິນ ກາຍເປັນບ່ອນທາງຜ່ານ, ເຊື່ອມຕໍ່, ຮັກສາ ແລະ ແກ້ໄຂຂໍ້ມູນຂອງພາກພື້ນ ແລະ ໂລກ.

        ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານນັບແຕ່ປີ 2008 ແລະ ນຳໜ້າໃນທົ່ວປະເທດໃນການສ້າງໂຄງການຫັນເປັນດີຈີຕອນ ແລະ ແຜນຮ່າງຕົວເມືອງອັດສະລິຍະ. ນະຄອນ ໄດ້ກຳນົດເປົ້າໝາຍຢ່າງລະອຽດຕາມແຕ່ລະໄລຍະຫັນເປັນດີຈີຕອນ, ໃນນັ້ນ ຮອດປີ 2030 ຈະກາຍເປັນຕົວເມືອງອັດສະລິຍະໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ