ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ນະ​ຄອນ​ຮ່ຳ​ຮຽ​ນ​ທົ່ວ​ໂລກ”

(VOVWORLD) - ຕອນຄ່ຳວັນທີ 30 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດ ພິທີເຊີດຊູ ນະຄອນ ໂຮ່ຈີມິນ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO)  ຮັບຮອງແມ່ນສະມາຊິກ “ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ”.
ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ສະ​ມາ​ຊິກ “ເຄືອ​ຂ່າຍ​ນະ​ຄອນ​ຮ່ຳ​ຮຽ​ນ​ທົ່ວ​ໂລກ” - ảnh 1ພິທີມອບຮັບໃບຢັ້ງຢຶນຂອງ UNESCO ໃຫ້ແກ່ນະຄອນ ໂຮ່ຈີມິນແມ່ນສະມາຊິກຂອງ ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິເລະ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ ເລື່ອງ ນະຄອນ ກາຍເປັນສະມາຊິກຖາວອນຂອງ “ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ” ຂອງ (UNESCO)  ແມ່ນຄວາມເປັນກຽດ, ແມ່ນໝາກຜົນຂອງວິວັດການສຸມໃສ່ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນຕະຫຼອດຊີວິດຂອງປະຊາຊົນນະຄອນ; ປະກອບສ່ວນຍົກສູງທີ່ຕັ້ງບົດບາດດ້ານການສຶກສາຂອງ ຫວຽດນາມ ບົນເວທີສາກົນ. ທາງນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາ ສືບຕໍ່ຮ່ວມມືກັບບັນດາສະມາຊິກຂອງເຄືອຂ່າຍ ນະຄອນຮ່ຳຮຽນທົ່ວໂລກ ຢ່າງແໜ້ນແຟ້ນ ເພື່ອແບ່ງປັນບົດຮຽນປະສົມການ, ຮ່ຳຮຽນ ແລະ ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ດີໃຫ້ແກ່ທຸກຄົນ.

ສ່ວນທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ UNESCO ມີຄວາມເອົາໃຈໃສ່ເຖິງຂໍ້ລິເລີ່ມຂອງນະຄອນ ໂຮ່ຈີມິນ ກ່ຽວກັບການສ້າງ ແລະ ໃຫ້ສັດຕະຍາບັນມາດຖານກ່ຽວກັບໂຮງຮຽນຜາສຸກ, ອີງຕາມ ຂອບໂຮງຮຽນຜາສຸກທົ່ວໂລກ ຂອງ UNESCO, ພ້ອມກັບແຜນນະໂຍບາຍທີ່ນຳໃຊ້ຢູ່ທຸກໂຮງຮຽນປະຖົມແລະ ມັດຖະຍົມຕອນຕົ້ນ ໃນນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ