ນະຄອນ ໂຮ່ຈິມິນ ແລະ ອຽກລັງ ເພີ່ມທະວີການຮ່ວມມືດ້ານ ການສຶກສາ ແລະ ສາທາລະນະສຸກ

(VOVWORLD) - ອຽກລັງ ໄດ້ສະແດງຄວາມສົນໃຈ ແລະ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ.
ນະຄອນ ໂຮ່ຈິມິນ ແລະ ອຽກລັງ ເພີ່ມທະວີການຮ່ວມມືດ້ານ ການສຶກສາ ແລະ ສາທາລະນະສຸກ - ảnh 1 ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ແລະ ທ່ານ Patrick O’Donovan ລັດຖະມົນຕີກະຊວງການເງິນ, ການໃຊ້ຈ່າຍສາທາລະນະ ແລະ ການປະຕິຮູບ ອຽກລັງ (ພາບ: hcmcpv.org.vn)

ວັນທີ 18 ມີນາ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Patrick O’Donovan ລັດຖະມົນຕີກະຊວງການເງິນ, ການໃຊ້ຈ່າຍສາທາລະນະ ແລະ ການປະຕິຮູບ ອຽກລັງ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.

        ທ່ານ ເລແທງລຽມ ໄດ້ເນັ້ນໜັກວ່າ ນະຄອນໂຮ່ຈິມິນ ແລະ ອຽກລັງ ຍັງມີຄວາມສາມາດບົ່ມຊ້ອມຫຼາຍຢ່າງໃນການຮ່ວມມື, ພິເສດແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງອຽກລັງ ແລະ ນະຄອນມີຄວາມຕ້ອງການຄື: ສາທາລະນະສຸກ ແລະ ການສຶກສາ. ທາງນະຄອນໄດ້ຮຽກຮ້ອງບັນດາວິສາຫະກິດ, ກຸ່ມບໍລິສັດ ຂອງ ອຽກລັງ ຍູ້ແຮງບັນດາການເຄື່ອນໄຫວຊຸກຍູ້ການຄ້າ, ຊອກຫາກາລະໂອກາດການຮ່ວມມື ແລະ ດຳເນີນທຸລະກິດຢູ່ນະຄອນ ໃນບັນດາຂົງເຂດຄືສາທາລະນະສຸກ, ການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລ. ນະຄອນ ໂຮ່ຈິມິນ ຫວັງວ່າ ຈະໄດ້ ຮ່ວມມື ແລະ ຮັບການແບ່ງປັນບົດຮຽນຈາກ ອຽກລັງ ໃນການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ ແລະ ການປະຕິບັດໂຄງການສ້າງຕັ້ງຕົວເມືອງອັດສະລິຍະ.

ສ່ວນທ່ານ Patrick O’Donovan ໃຫ້ຮູ້ວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອຽກລັງ ແລະ ຫວຽດນາມຫຼາຍກ່ວາອີກ (ໃນນັ້ນມີ ນະຄອນໂຮ່ຈິມິນ). ອຽກລັງ ໄດ້ສະແດງຄວາມສົນໃຈ ແລະ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ, ຖື ຫວຽດນາມ ເປັນ ປະຕູເຂົ້າອອກ, ຂົວເຊື່ອມຕໍ່ດ້ານການຄ້າກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ