ນະຄອນ ໂຮ່ຈີມິນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 5 ລ້ານ

ນະຄອນ ໂຮ່ຈີມິນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 5 ລ້ານ - ảnh 1
ນະຄອນ ໂຮ່ຈີມິນ (ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ສະໜາມ​ບິນ​ສາກົນ ​ເຕິ​ນ​ເຊີນ​ເຍິດ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້​ທີ 5 ລ້ານ​ແມ່ນ​ທ່ານ Chappe Bertrand , ສັນຊາດ ຝລັ່ງ ​ໃນຖ້ຽວ​ບິນ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ ຫວຽດນາມ (ຫວຽດນາມ​ແອ​ລາຍ). ການ​ນຳ​ນະຄອນ​ໄດ້​ຊົມ​ເຊີຍ ​ແລະ ມອບ​ຂອງຂວັນ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ນີ້.

ນຳ​ນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມານະ​ຄອນ ​ໂຮ່ຈິ​ມິນ​ເພີ່ມ​ຂຶ້ນ​ສະ​ເລ່ຍ 8,2%/ປີ, ລາຍ​ຮັບ​ສະ​ເລ່ຍ​ເພີ່ມ​ຂຶ້ນ 16,4%, ກວມ​ປະມານ 9% ​ໃນ​ຍອດ GDP ຂອງ​ນະຄອນ. ຕາມ​ການ​ສະຖິຕິ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ, ມາ​ຮອດ​ຈຸດ​ເວລາ​ນີ້, ທົ່ວ​ປະ​ເທດ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 10 ລ້ານ​ເທື່ອ​ຄົນ, ບັນລຸ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ເພີ່ມ​ຂຶ້ນ 1,5 ລ້ານ​ຄົນ​ເມື່ອ​ທຽບ​ໃສ່​ປີ 2016. ທ່ານ​ນາງ ຫງວຽນ​ທິທູ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ນະຄອນ ​ໂຮ່ຈີ​ມິນ​​ໄດ້​ສູ້​ຊົນ ​ແລະ ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ສ້າງ​ທຸກ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ນະຄອນ​ພັດທະນາ. ​ໂດຍ​ລະອຽດ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປັບປຸງ​ແຜນ​ຮ່າງ​ວາງ​ແຜນ​ຂະ​ແໜງ​ທ່ອງ​ທ່ຽວ​ທາງ​ນ້ຳ ​ແລະ ບັນດາ​ການ​ບໍລິການ, ການ​ຄ້າ​ອື່ນໆ​ທີ່​ມີ​ຜົນ​ສະທ້ອນ​ເຖິງ​ຂະ​ແໜງ​ທ່ອງ​ທ່ຽວ“.

 

ຂ່າວ/ບົດ​ອື່ນ