ນະຄອນ ໂຮ່ຈີມິນຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍທຸງແດງດາວເຫຼືອງ

ນະຄອນ ໂຮ່ຈີມິນຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍທຸງແດງດາວເຫຼືອງ - ảnh 1ພາບ​ປະ​ກອບ​ຈາກ ດືກ​ແອງ/VOV5

(vovworld) - ​ເວລາ 11 ​ໂມງ 30 ນາທີ, ວັນ​ທີ 30/4/1975, ຄັນ​ທຸງ​ປົດ​ປ່ອຍ​ໄດ້​ປີວ​ສະ​ບັດ​ເທິງ​ຫຼັງຄາ​ທຳນຽບ ​​ເອກະລາດ, ​ເປັນ​ຂີດ​ໝາຍ​ໄຊຊະນະ​ຂອງການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ແລະ ລຸກ​ຮຶ້ຂຶ້ນ​ຍາມ​ລະດູບານ​ໃໝ່ 1975 ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ. ຫວນ​ຄືນ​ຈຸດ​ເວລາ​ປະຫວັດສາດ ​ເມື່ອ​ໄຊ​ງ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ, ປະ​ເທດ​ຊາດ​ເປັນ​ເອກະລາດ​ຢ່າງ​ສົມ​ບຸນ, ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ, ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ ​ໂຮ່ຈີ​ມິນ, ​ມີໜ້າ ​ແລະ ​​ເຫັນ​ປະຈັກ​ຕາ​ຄັນ​ທຸງ​ຂອງ​ທະຫານ​ປົດ​ປ່ອຍ ຖືກ​ຊັກ​ຂຶ້ນ​ເທິງ​ເສົາ​ທຸງ​ສູງ​ສຸດ​ຂອງ​ທຳນຽບ ​​ເອກະລາດ, ແບ່ງປັນ​ວ່າ:

        “ຮູບ​ພາບ​ທຳນຽບ ​ເອກະລາດ ​ເວລາ​ນັ້ນ​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ​ທີ່​ສຸດ. ບັນດາ​ລົດ​ຕັງ​ຂອງ​ທະຫານ​ປົດ​ປ່ອຍ​ເມື່ອ​ມາ​ຮອດ​ແຫງ​ນີ້​ລ້ວນ​ແຕ່​ປິ່ນ​ເລົາ​ປືນ​ອອກ​ນອກ​ເພື່ອ​ປົກ​ປ້ອງ​ທຳນຽບ. ຢູ່​ນອກ​ພໍ່​ແມ່​ປະຊາຊົນ​ໄດ້​ມາ​ເຕົ້າ​ໂຮມ​ກັບ​ຢ່າງ​ຫຼວງ​ຫຼາຍ. ​ໃນ​ເດີນ​ທຳນຽບ, ບັນດາ​ນາຍພົນທະຫານ ສາທາລະນະ​ລັດ ຫວຽດນາມ ຍອມ​ຈຳນົນ​ພວມ​ນັ່ງ​ເຫງົາ​ຊົກລ້າໆ. ສ່ວນ​ບັນດາ​ນັກຮົບ​ປົດ​ປ່ອຍຟ້າວ​ຟັ່ງ​ກັບວຽກ​ງານ​ຕ່າງໆ“.

        ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ ​ແມ່ນ​ນັກ​ຂ່າວ​ຜູ້​ທຳ​ອິດ​ຂອງ ຫວຽດນາມ ທີ່​ໄດ້​ຂຽນ​ບົດ​ບັນທຶກ​ກ່ຽວ​ກັບ​ໄຊຊະນະ​ຢູ່​ທຳນຽບ ​ເອກະລາດ ​ໃນ​ຕອນ​ທ່ຽງ​ວັນ​ທີ 30/4/1975. ບົດ​ບັນທຶກ​ນີ້​ຖືກ​ລົງ​ພິມ​ໃນ​ໃບ​ຂ່າວ​ຕໍ່ສູ້​ເພື່ອ​ເອກະ​ພາບ​ຂອງ ສຳນັກ​ຂ່າວສານຫວຽດນາມ​ແລະ​ໄດ້ອອກ​ອາກາດທາງ​ວິທະຍຸ​ກະຈາຍສຽງ ຫວຽດນາມ​ໃນ​ວັນ​ທີ 1//5/1975  ​ແລະ ລົງ​ພິມ​ໃນ​ໜັງ​ສື​ພິມ ຍິນ​ເຢີ​ນ (ປະຊາຊົນ) ສະບັບ​ພິ​ເສດ​ໃນ​ວັນ​ທີ 2//5/1975 ອີກ.

ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ​ໃນ​ສົງຄາມ, ​ໄດ້​ເຫັນ​ປະຈັກ​ຕາຈຸດ​ເວລາ​ປະຫວັດສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ແມ່ນ​ສິ່ງ​​ໂຊກ​ດີ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ທ່ານ​ຈຶ່ງ​ຂຽນ ​ແລະ ສະ​ເໜີ​ນະວະນິຍາຍ​ເອກະສານ​ປະຫວັດສາດ “ບົດ​ບັນທຶກ​ສົງຄາມ 1-2-3-4.75“ . ປື້​ມຫົວ​ນີ້​ໄດ້​ວາດ​ພາບ​ຊຸມ​ວັນ​ລົ້ມ​ລະລາຍ​ສຸດ​ທ້າຍ​ຂອງ​ກຳລັງ​ທະຫານສາທາລະນະ​ລັດ ຫວຽດນາມຢ່າງ​ຊື່​ຕົງ.

ຂ່າວ/ບົດ​ອື່ນ