ນະຄອນຫາຍຟ່ອງຈະຈັດງານບຸນດອກຝາງແດງ 2021

(VOVWORLD) -ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະຄ່ຳຄືນງານບຸນ “ຫາຍຟ່ອງ - ຈຸດນັດພົບແຫ່ງຄວາມສຳເລັດ” ເຊິ່ງຈະຈັດຂຶ້ນໃນຕອນຄ່ຳວັນທີ 11 ພຶດສະພາ, ຢູ່ສະໜາມຫຼວງໂຮງລະຄອນຫາຍຟ່ອງ.
ນະຄອນຫາຍຟ່ອງຈະຈັດງານບຸນດອກຝາງແດງ 2021 - ảnh 1(ພາບປະກອບ)

ຄາດວ່າ, ນະຄອນ ຫາຍຟ່ອງ ຈະຈັດງານບຸນ ດອກຝາງແດງ - ຫາຍຟ່ອງ ປີ 2021 ໃນລະຫວ່າງວັນທີ 11 – 15 ພຶດສະພາ ດ້ວຍຫົວຂໍ້ວ່າ “ຫາຍຟ່ອງ - ຈຸດນັດພົບແຫ່ງຄວາມສຳເລັດ”. ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະຄ່ຳຄືນງານບຸນ “ຫາຍຟ່ອງ - ຈຸດນັດພົບແຫ່ງຄວາມສຳເລັດ” ເຊິ່ງຈະຈັດຂຶ້ນໃນຕອນຄ່ຳວັນທີ 11 ພຶດສະພາ, ຢູ່ສະໜາມຫຼວງໂຮງລະຄອນຫາຍຟ່ອງ. ລາຍການໄດ້ຢືນຢັນວ່າ ນະຄອນ ຫາຍຟ່ອງ ດ້ວຍການພັດທະນາໃນບັນດາຂົງເຂດ, ສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ, ກະຈ່າງແຈ້ງ, ມີສະຖຽນລະພາບທາງດ້ານການເມືອງ, ແມ່ນຈຸດນັດພົບທີ່ບັນລຸຜົນສຳເລັດໃຫ້ແກ່ບັນດານັກລົງທຶນຢ່າງແທ້ຈິງ. ນີ້ແມ່ນເຫດການສະເຫຼີມສະຫຼອງ 66 ປີແຫ່ງວັນປົດປ່ອຍ ຫາຍຟ່ອງ, ພ້ອມທັງເປັນການສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ, ການຕັ້ງໜ້າເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ແລະ ປະຊາຊົນ ທີ່ມີຕໍ່ການພັດທະນາຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ