ນະຄອນຮືງອຽນ ຕັ້ງໜ້າກະກ່ຽມຈັດງານບຸນວັດທະນະທຳ ໂຟ໋ຮ໋ຽນ

ນະຄອນຮືງອຽນ ຕັ້ງໜ້າກະກ່ຽມຈັດງານບຸນວັດທະນະທຳ ໂຟ໋ຮ໋ຽນ  - ảnh 1
(ພາບປະກອບ)
(vovworld) –  ນະຄອນ​ຮື​ງອຽນ ພວມ​ກະ​ກ່ຽມຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ງານ​ບຸນ​ວັດທະນະທຳເຂດ ໂຟ໋ຮ໋ຽນ ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ດ້ວຍ​ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ອຸດົມສົມບູນ, ​ເຂັ້ມຄົ້ນ​ໄປ​ດ້ວຍສີສັນວັດທະນະທຳ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​ເຂົ້ານາທາມ. ຈຸດ​ຜົ້ນ​ເດັ່ນ​ຂອງ​ງານ​ບູນ​ແມ່ນ​ຄໍ່າ​ຄືນ​ໄຂ​ງານ​ບູນ ດ້ວຍ​ລາຍການ​ສິລະ​ປະ “ໂຟ໋ຮ໋ຽນ ​ແສງ​ສະຫ​ວ່າງ​ໃນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ” ​ເຊິ່ງພັນ​ລະນາ​ຮູບ​ພາບ​ ໂຟ໋ຮ໋ຽນ ​ໃນ​​ເມື່ອ​ກ່ອນ ​ດ້ວຍ​ບັນດາ​​ໄລຍະ​ຕ່າງໆ​ແຫ່ງປະຫວັດ​ສາດ​ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດ​ຂອງ​ນະຄອນ​ຮື​ງອຽນ ​ໃນປະຈຸ​ບັນ. ງານ​ບູນວັດທະນະທຳ​ເຂດ ໂຟ໋ຮ໋ຽນ ຮັບປະກັນ​ລັກສະນະ​ກົມ​ກຽວ​ລະຫວ່າງ​ພິທີ ​ແລະ ງານ​ບຸນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ພື້ນ​ເມືອງທີ່​​ອຸດົມສົມ​ບຸນ ​ແລະ ດຶງ​ດູດ​ໃຈ.
ຂ່າວ/ບົດ​ອື່ນ