ນະຄອນໂຮ່ຈີມິນ ຄວນຕັດສິນໃຈປ່ຽນແປງໃໝ່, ມານະພະຍາຍາມເສີມຂະຫຍາຍບົດບາດນຳໜ້າ, ກຳລັງໜູນພັດທະນາໃຫ້ເປັນຢ່າງດີ

(VOVWORLD) - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ: ເພື່ອປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດຈຸດໝາຍຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ...
ນະຄອນໂຮ່ຈີມິນ ຄວນຕັດສິນໃຈປ່ຽນແປງໃໝ່, ມານະພະຍາຍາມເສີມຂະຫຍາຍບົດບາດນຳໜ້າ, ກຳລັງໜູນພັດທະນາໃຫ້ເປັນຢ່າງດີ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ໂດຍສະເຫຼີມສະຫຼອງ 77 ປີແຫ່ງວັນການຕໍ່ຕ້ານຢູ່ພາກໃຕ້ (23/9/1945 – 23/9/2022), ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານການເຮັດວຽກກັບຄະນະບໍລິຫານງານຄະນະພັກ ແລະ ພະນັກງານຫຼັກແຫຼ່ງຂອງນະຄອນ ກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກອມມູນິດ ຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ XI ຄະນະພັກນະຄອນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ: ເພື່ອປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດຈຸດໝາຍຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງຢ່າງມີໄຊ; ແລະ ເພື່ອພ້ອມກັບບັນດາທ້ອງຖິ່ນໃນເຂດຕາເວັນອອກຂອງພາກໃຕ້ ປະຕິບັດສຳເລັດມະຕິສະບັບໃໝ່ຂອງກົມການເມືອງ, ນະຄອນໂຮ່ຈີມິນ ຄວນຕັດສິນໃຈຍູ້ແຮງການປ່ຽນແປງໃໝ່, ມານະພະຍາຍາມສູຸ້ຊົນ, ເສີມຂະຫຍາຍບົດບາດນຳໜ້າ, ກຳລັງໜູນພັດທະນາທີ່ມີທ່າແຮງທີ່ສຸດຂອງຕົນໃຫ້ເປັນຢ່າງດີ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງວ່າ:

“ໝູນໃຊ້ບັນດາກົນໄກ, ນະໂຍບາຍສະເພາະເຊິ່ງກົມການເມືອງ ແລະ ສະພາແຫ່ງຊາດຊຸດທີ XIV ໄດ້ບຸລິມະສິດໃຫ້ແກ່ນະຄອນຢ່າງມີປະສິດທິຜົນ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ເຂັ້ມແຂງກ່ວາອີກ, ປະກອບສ່ວນດຶງດູດ, ຄຸ້ມຄອງ ແລະ ນຳໃຊ້ ທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ. ສຸມໃສ່ບຸລິມະສິດການກໍ່ສ້າງ, ສ້າງບາດກ້າວບຸກທະລຸຢ່າງແຮງກ່ຽວກັບລະບົບໂຄງປະກອບພື້ນຖານໂຄງລ່າງເຂດຕົວເມືອງຄົບຊຸດ ແລະ ທັນສະໄໝ; ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ຜົນສັກສິດ, ປະສິດທິຜົນວຽກງານວາງແຜນຜັງ. ເປັນເຈົ້າການສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນໃນເຂດຕາເວັນອອກຂອງພາກໃຕ້ ສຸມໃສ່ກໍ່ສ້າງລະບົບຄົມມະນາຄົມ, ສ້າງການເຊື່ອມຕໍ່ທີ່ລຸລ່ວງ ເພື່ອເສີມຂະຫຍາຍບັນດາກຳລັງຄວາມສາມາດບົ່ມຊ້ອນຢ່າງສູງສຸດຂອງທົ່ວເຂດ ແລະ ນະຄອນ.”

ຕອບກັບ

ຂ່າວ/ບົດ​ອື່ນ