ນະຄອນໂຮ່ຈີມິນ ຄວນພັດທະນາຢ່າງກົມກຽວລະຫວ່າງບັນດາຂົງເຂດ

(VOVWORLD) -ກົມການເມືອງຕີລາຄາສູງບັນດາໝາກຜົນສຳຄັນ ຊື່ງອົງຄະນະພັກໂຮ່ຈີມິນ ບັນລຸໄດ້ໃນອາຍຸການຜ່ານມາ. 

ນະຄອນໂຮ່ຈີມິນ ຄວນພັດທະນາຢ່າງກົມກຽວລະຫວ່າງບັນດາຂົງເຂດ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ  ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN) 

ຕອນເຊົ້າວັນທີ 3 ກັນຍາຢູ່ ສຳນັກງນສູນກາງພັກ,ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ, ຫົວຫນ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ກົມການເມືອງໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ເພື່ອໃຫ້ຄຳເຫັນໃສ່ຮ່າງເອກະສານ ແລະ ແຜນຮ່າງບຸກຄະລາກອນຄະນະພັກ ຍື່ນສະເຫນີອົງຄະນະພັກນະຄອນ ຄັ້ງທີ 11 ອາຍຸການ 2020 – 2025.

ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ  ຫງວຽນຟູຈ້ອງເນັ້ນຫນັກວ່າ:ກົມການເມືອງຕີລາຄາສູງບັນດາໝາກຜົນສຳຄັນ ຊື່ງອົງຄະນະພັກນະຄອນໂຮ່ຈີມິນ ບັນລຸໄດ້ໃນອາຍຸການຜ່ານມາ. ຕາມທ່ານ ເລຂາທິການໃຫຍ່ ປະທານປະເທດຫວຽດນາມແລ້ວ ນະຄອນໂຮ່ຈີມິນ ຄວນປຸກລຸກຄວາມເອກອ້າງທະນົງໃຈ, ມູນເຊື້ອອັນສະຫງ່າອົງອາດຂອງນະຄອນ  ຈາກນັ້ນກຳນົດທິດທາງຫນ້າທີ່ມາດຕະການຜັນຂະຫຍາຍຢ່າງຂ້ຽວຂາດໃນໄລຍະຈະມາເຖິງ. ທ່ານ ສະເຫນີວ່າໃນອາຍຸການຈະມາເຖິງ ນະຄອນໂຮ່ຈີມິນ ບໍ່ພຽງແຕ່ເອົາໃຈໃສ່ເຖິງການພັດທະນາເສດຖະກິດສັງຄົມເທົ່ານັ້ນຫາກຕ້ອງພັດທະນາຢ່າງກົມກຽວລະຫວ່າງບັນດາຂົງເຂດ,ສົມທົບກັບການປົກປັກຮັກສາສິ່ງແວດລ້ອມ ເສີມຂະຫຍາຍກຳລັງແຮງສາມັກທີທົ່ວປວງຊົນທັງຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມູນເຊື້ອປະຕິວັດຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ