ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືກັບນະຄອນ Daejeon, ສ.ເກົາຫຼີ

(VOVWORLD) - ຕອນເຊົ້າວັນທີ 13 ມິຖຸນາ ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໃຫ້ການຕ້ອນຮັບ ທ່ານ Kwon Sun Taik, ເຈົ້າຄອງນະຄອນ Daejeon (ສ.ເກົາຫຼີ) ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ
ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືກັບນະຄອນ Daejeon, ສ.ເກົາຫຼີ - ảnh 1 ຫ້ອງການຕາງໜ້າຂອງນະຄອນ Daejeon ຢູ່ນະຄອນໂຮ່ຈີມິນ ກໍ່ໄດ້ເປີດສະຫຼອງຢູ່ເມືອງໜຶ່ງ (ພາບອິນເຕີແນັດ)

ທ່ານ ຫງວຽນແທ່ງຟອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືມິດຕະພາບ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ; ລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ, ໃນນັ້ນມີນະຄອນ Daejeon ນັບມື້ນັບມີການພັດທະນາ, ກ້າວເຂົ້າສູ່ລວງເລິກ ແລະ ນຳມາຊຶ່ງປະສິດທະຜົນຢ່າງແທດຈິງ, ທ່ານ ຫງວຽນແທ່ງຟອງ ເນັ້ນໜັກວ່າ ຫ້ອງການຕາງໜ້າຂອງນະຄອນ Daejeon ໄດ້ເປີດສະຫຼອງຢູ່ນະຄອນໂຮ່ຈີມິນ ຈະປະກອບສ່ວນຢ່າງຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືມິດຕະພາບ ລະຫວ່າງ ນະຄອນໂຮ່ຈີມິນ ກັບນະຄອນ Daejeon, ໂດຍສະເພາະແມ່ນບັນດາຂົງເຂດທີ່ນະຄອນ Daejeon ມີຄວາມທ່າແຮງ ແລະ ພວມໃຫ້ບູລິມະສິດພັດທະນາຄື; ເຕັກນິກທີ່ນຳໃຊ້ເຕັກໂນໂລຊີສູງ, ບົດຮຽນ ແລະ ເຕັກໂນໂລຊີກໍ່ສ້າງຕົວເມືອງທັນສະໄໝ.

        ໃນວັນດຽວກັນ, ຫ້ອງການຕາງໜ້າຂອງນະຄອນ Daejeon ຢູ່ນະຄອນໂຮ່ຈີມິນ ກໍ່ໄດ້ເປີດສະຫຼອງຢູ່ເມືອງໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ