ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ MICE ເກືອບ 500 ຄົນ ມາ​ຈາກ ​ອິນ​ເດຍ

(VOVWORLD) - ຢູ່ນະຄອນໂຮ່ຈີມິນ, ຄະນະແຂກທ່ອງທ່ຽວໄດ້ເຂົ້າຮ່ວມກອງປະຊຸມ, ພັກອາໄສ, ຮັບປະທານອາຫານການກິນ ຫວຽດນາມ ແລະ ອິນເດຍຢູ່ບາງຮ້ານອາຫານ, ໂຮງແຮມ…
ນະ​ຄອນ​ໂຮ່​ຈີ​ມິນ ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ MICE ເກືອບ 500 ຄົນ ມາ​ຈາກ ​ອິນ​ເດຍ - ảnh 1ຄະນະແຂກທ່ອງທ່ຽວ MICE ຢູ່ນະຄອນໂຮ່ຈີມິນ (ພາບ: TTXVN)

ໃນລະຫວ່າງວັນທີ 20 – 25 ກໍລະກົດ, ບໍລິສັດຫຸ້ນສ່ວນຄວບຄຸມສະຖານທີ່ທ່ອງທ່ຽວ ອາຊີ ໄດ້ຈັດການຕ້ອນຮັບຄະນະແຂກທ່ອງທ່ຽວເກືອບ 500 ຄົນຈາກ ອິນເດຍ ມາຍັງ ນະຄອນໂຮ່ຈີມິນ ຕາມຮູບແບບ ທ່ອງທ່ຽວ MICE (ຮູບແບບທ່ອງທ່ຽວສົມທົບກອງປະຊຸມ, ກອງປະຊຸມສຳມະນາ, ງານວາງສະແດງ, ຈັດຕັ້ງເຫດການ…)

ຢູ່ນະຄອນໂຮ່ຈີມິນ, ຄະນະແຂກທ່ອງທ່ຽວໄດ້ເຂົ້າຮ່ວມກອງປະຊຸມ, ພັກອາໄສ, ຮັບປະທານອາຫານການກິນ ຫວຽດນາມ ແລະ ອິນເດຍຢູ່ບາງຮ້ານອາຫານ, ໂຮງແຮມ… ໄປຄຽງຄູ່ກັນນັ້ນ, ຄະນະແຂກທ່ອງທ່ຽວ ກໍ່ໄດ້ໄປຢ້ຽມຊົມບາງສະຖານທີ່ທ່ອງທ່ຽວຄື: ຫໍພິພິທະພັນຮ່ອງຮອຍ ສົງຄາມ, ໄປສະນີນະຄອນ,  ຕະຫຼາດເບັ້ນແທັງ, ໄຊງ່ອນ Square, ອຸໂມງ ກູຈີ…

ເລື່ອງຄະນະແຂກທ່ອງທ່ຽວ MICE ຈາກອິນເດຍ ມາຍັງນະຄອນໂຮ່ຈີມິນ ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ຕະຫຼາດການທ່ອງທ່ຽວສາກົນເລີ່ມມີການເຄື່ອນໄຫວ, ພົ້ນເດັ່ນຄືນໃໝ່ຢູ່ ຫວຽດນາມ ກໍ່ຄືຢູ່ນະຄອນໂຮ່ຈີມິນ. ຜ່ານນັ້ນ, ສ້າງຄວາມມຸ່ງຫວັງວ່າ ການທ່ອງທ່ຽວນະຄອນຈະສືບຕໍ່ເພີ່ມຄວາມໄວໃນການພັດທະນາແບບຍືນຍົງໃນຊຸມເດື່ອນທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ