ນະຄອນໂຮ່ຈິມິນ ພົບປະກັນນັກຮົບເກົ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັດປົດປ່ອຍພາກໃຕ້

ນະຄອນໂຮ່ຈິມິນ ພົບປະກັນນັກຮົບເກົ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັດປົດປ່ອຍພາກໃຕ້ - ảnh 1
(ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​​ນັກຮົບ​ເກົ່າ
​ທີ່​ດີ​ເດັ່ນ​ຂອງ​ນະຄອນ​ໂຮ່ຈິ​ມິນ)


​(vovworld) – ຕອນ​ເຊົ້າ​ວັນ​ທີ 12/04, ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​​ນັກຮົບ​ເກົ່າ​ທີ່​ດີ​ເດັ່ນ​ຂອງ​ນະຄອນ​ໂຮ່ຈິ​ມິນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັດ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຢືນຢັນ​ວ່າ: ​ໃນ 40 ປີ​ແຫ່ງ​ການ​ສ້າງສາ​ປະ​ເທດ​ຊາດ ພາຍຫຼັງ​ໄດ້​ຮັບ​ການ​ປົດ​ປ່ອຍ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັງ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​​ໃຫຍ່ຫຼວງ, ຮອບດ້ານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ເຂດ ​ແລະ ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ປາດ​ຖະໜາ​ວ່າ, ບັນດາ​​ນັກຮົບ​ເກົ່າ ຈະ​ສືບ​ຕໍ່​ຮັກສາ​ຄຸນນະ​ທາດ​ດ້ານ​ການ​ເມືອງ, ສາມັກ​ຄີ, ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຈັດ​ຕັ້ງ​ການ​ປະຕິບັດ 5 ​ເນື້ອ​ໃນ​ແຂ່ງ​ຂັນ​ຮັກ​ຊາດ​ເປັນ​ຢ່າງ​ດີ, ຕິດ​ພັນ​ກັບ 4 ​ໂຄງການ​ກະ​ໂດດ​ຂັ້ນ​ຂອງ​ສະມາຄົມ​ນັກຮົບ​ເກົ່ານະຄອນ.

        “ສະມາຊິກ​ນັກຮົບ​ເກົ່າ​ແຕ່ລະຄົນ ມານະ​ພະຍາຍາມ​ເປັນ​ແບບຢ່າງ, ຍາມ​ໃດ​ກໍ່​ເສີມ​ຂະຫຍາ​ນຍຈິດ​ໃຈ​ອົງອາດ​ກ້າ​ຫານ, ​ເປັນ​ແບບຢ່າງ​ໃນ​ຊີວິດ​ປະຈຳ​ວັນ, ​ເປັນ​ແກ່ນສານ​ຫຼັກ​​ແຫຼ່ງ​ໃຫ້​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ​ເປັນ​ບ່ອນ​ອີ່ງທີ່ໝັ້ນຄົງ​ເຂັ້ມ​ແຂງ​ໃຫ້​ຄະນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ທ້ອງ​ຖິ່ນ.”

ຂ່າວ/ບົດ​ອື່ນ