ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິ ຟາດຊິດ

ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິ ຟາດຊິດ - ảnh 1
ທ່ານ Alexey Vladimirovich Popov, ກົງ​ສູນ​ໃຫຍ່​ສະຫະພັນ​ລັດ​ເຊຍ
ປະຈຳ​ນະຄອນ​​ໂຮ່ຈິ​ມິນ
(ພາບ: voh.com.vn)


​(vovworld) – ພິທີສະ​ເຫຼີ​ມສະຫຼອງ 70 ປີແຫ່ງ​ວັນ​ໄຊ​ຊະນະ​ລັດທິ ຟາດ​ຊິດ, ຖືກ​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 08/05, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດການ​ພົບ​ສັງ​ສັນ​ກັບປະ​ບັນດາ​ສະມາຊິກ​ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ລັດ​ເຊຍ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເປັນ​ຈຳນວນ​ຫຼາຍ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ Alexey Vladimirovich Popov, ຫົວໜ້າ​ສະຖານກົງ​ສູນ​ສະຫະພັນ​ລັດ​ເຊຍ ປະຈຳ​ນະຄອນ​​ໂຮ່ຈິ​ມິນ. ​ທີ່ພິທີ​ໄດ້​​​ແນ​ນຳບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​​ເຊິ່ງປະ​ເທດ​ລັດ​ເຊຍ ຍາດ​ມາ​ໄດ້​ໃນ​ປະຈຸ​ບັນ ​ແລະ ບັນຍາກາດ​ກະກຽ​ມ​ໃຫ້​ພິທີສວນສະໜາມ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດ​ສາດ​ຂໍ່ານັບ​ຮັບ​ຕ້ອນ 70 ປີແຫ່ງ​ວັນ​ໄຊ​ຊະນະ​ລັດທິ ຟາດ​ຊິດ. ​ຜູ້​ແທນ​​ໄດ້ອາ​ໄລ​ຫາ​ບັນດານັກ​ວິລະ​ຊົນ, ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ໃຫ້​ຊາດ ​ແລະ ສັນຕິພາບ​ທົ່ວ​ໂລກ​.
ຂ່າວ/ບົດ​ອື່ນ