ນະ​ຄອນ​ໂຮ່​ຈ​ິ​ມິນ ເລືອກ​ເອົາ​ການ​ເຕີບ​ໂຕ​ສີ​ຂຽວ ແມ່ນ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ທາງນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ ບັນດາຂໍ້ລິເລີ່ມປ່ຽນແປງໃໝ່ ແລະ ຮ່ວມມືນາໆຊາດ, ຮຽກຮ້ອງການລົງທຶນເອກະຊົນເພື່ອແນໃສ່ຫັນປ່ຽນໄປຍັງພື້ນຖານເສດຖະກິດສີຂຽວ ແລະ ຍືນຍົງກ່ວາເປັນເທື່ອລະກ້າວ.
ນະ​ຄອນ​ໂຮ່​ຈ​ິ​ມິນ ເລືອກ​ເອົາ​ການ​ເຕີບ​ໂຕ​ສີ​ຂຽວ ແມ່ນ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຟານວັນມ້າຍ  ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ ກອງປະຊຸມ (ພາບ:  hcmcpv.vn)

ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນເພື່ອການພັດທະນາແບບຍືນຍົງໂດຍຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ສົມທົບກັບທະນາຄານ ໂລກ (WB) ປະຈຳ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 24 ມັງກອນ ຢູ່ນະຄອນ ໂຮ່ຈີມິນ, ທ່ານຟານວັນມ້າຍ  ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ ນະຄອນ ໂຮ່ຈີມິນ ເລືອກເອົາການເຕີບໂຕສີຂຽວ ແມ່ນຍຸດທະສາດພັດທະນາອະນາຄົດ, ບຸລິມະສິດແຖວໜ້າເພື່ອໃຫ້ເສດຖະກິດມີການພັດທະນາ, ສະພາບແວດລ້ອມມີຄວາມຍືນຍົງ ແລະ ສັງຄົມມີຄວາມຍຸຕິທຳ; ມຸ່ງໄປເຖິງພື້ນຖານເສດຖະກິດສີຂຽວ, ຫຼຸດຜ່ອນການປ່ອຍອາຍກາກບອນລົງລະດັບ 0 ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຫຼຸດຜ່ອນການອຸ່ນຂຶ້ນຂອງໜ່ວຍໂລກ. ທາງນະຄອນກໍ່ໄດ້ວາງອອກເປົ້າໝາຍຫຼຸດການປ່ອຍອາຍພິດລົງ 10%ໃນປີ 2030 ເພື່ອສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ເຮັດວຽກທີ່ສະດວກ, ປອດໄພ ແລະ ມີປະສິດທິຜົນໃຫ້ແກ່ ປະຊາຊົນ ແລະ ວິສາຫະກິດ. ທາງນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ ບັນດາຂໍ້ລິເລີ່ມປ່ຽນແປງໃໝ່ ແລະ ຮ່ວມມືນາໆຊາດ, ຮຽກຮ້ອງການລົງທຶນເອກະຊົນເພື່ອແນໃສ່ຫັນປ່ຽນໄປຍັງພື້ນຖານເສດຖະກິດສີຂຽວ ແລະ ຍືນຍົງກ່ວາເປັນເທື່ອລະກ້າວ.

ສ່ວນທ່ານນາງ Carolyn Turk ຜູ້ອຳນວຍການ WB ປະຈຳ ຫວຽດນາມ, ພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ໃຫ້ຮູ້ວ່າ, WB ຈະຮ່ວມເດີນທາງກັບ ນະຄອນ ໂຮ່ຈີມິນ ໃນການປະຕິບັດຍຸດທະສາດພັດທະນາເສດຖະກິດຫຼຸດຜ່ອນການປ່ອຍອາຍພິດ ແລະ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍທາງນະຄອນ ເຂົ້າເຖິງແຫຼ່ງການເງິນ, ດຶງດູດແຫຼ່ງກຳລັງຕ່າງປະເທດ ເພື່ອຫຼຸດຜ່ອນການປ່ອຍອາຍ ກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ