ນະຄອນໂຮ່ຈີມິນ:ງານວາງສະແດງພາບຖ່າຍ“ມຸ່ງໄປເຖິງເນປານ”

ນະຄອນໂຮ່ຈີມິນ:ງານວາງສະແດງພາບຖ່າຍ“ມຸ່ງໄປເຖິງເນປານ” - ảnh 1
“ມຸ່ງ​ໄປ​ເຖິງ ເນ​ປານ”

(vovworld) –  ວັນ​ທີ 23/5, ສະ​ມາ​ຄົມ​ນັກ​ຖ່າວ​ຮູບ ນະ​ຄອນ ໂຮ່​ຈີ​ມິນ ແລະ ກຸ່ມ “ມຸ່ງ​ໄປ​ເຖິງ ເນ​ປານ” ໄດ້​ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມຸ່ງ​ໄປ​ເຖິງ​ເນ​ປານ”. ງານ​ວາ​ງ​ສະ​ແດງ​ໄດ້​ແນະ​ນຳພາບ​ຖ່າຍ 45 ແຜ່ນ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ພາບ​ຖ່າຍນັບ​ຮ້ອຍແຜ່ນ​, ສະ​ແດງ​ແງ່​ມູມ​ຈາກ​ທຳ​ມະ​ຊາດ, ຊີ​ວິດ​ການ​ເປັນ​ຢູ່ ແລະ ປະ​ຊາ​ຊົນ​ເນ​ປານ. ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ພາບ​ຖ່າຍ​​ທີ່ໄດ້​ນຳ​ມາ​​ວາງສະ​ແດງ​ໃນ​ຄັ້ງ​ນີ້​ໄດ້​ສະ​ແດງ​ນ້ຳ​ໃຈແບ່ງ​ປັນ​ຂອງ​ກຸ່ມ​ “ມຸ່ງ​ໄປ​ເຖິງ​ເນ​ປານ” ຕໍ່​ໜ້າ​ໄພ​ພິ​ບັດ​ທຳ​ມະ​ຊາດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ເນ​ປານ ໃນ​ວັນ​ທີ 25/4 ແລະ 12/5 ເຮັດ​ໃຫ້​ປະ​ຊາ​ຊົນ ເນ​ປານກ່​ວາ 8.400 ຄົນ​ເສຍ​ຊີ​ວິດ.

        ​ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງ, ສະ​ມາ​ຄົມ​ນັກ​ຖ່າຍ​ຮູບ​ນະ​ຄອນ ໂຮ່​ຈີ​ມິນ ແລະ ກຸ່ມ “ມຸ່ງ​ໄປ​ເຖິງ ເນ​ປານ ຮຽກ​ຮ້ອງ​ແຜ່​ບໍ​ລິ​ຈາກ​ເງິນ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຜ​ູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ເຫ​ດ​ແຜ່ນ​ດິ​ນ​ໄຫວ​ຢູ່ ເນ​ປາ​ນ ຜ່ານ​ການ​ຂາຍ​ບັນ​ດາ​ຮູບ​ຖ່າຍ​ໄດ້​ນຳ​ມາ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ດ້ວຍ​ຈຳ​ນວນ​ເງິນ 2,5 ລ້ານ​ດົ່ງ/​ແຜ່ນ.


ຂ່າວ/ບົດ​ອື່ນ