ນະຄອນໂຮ່ຈິມິນຜັນຂະຫຍາຍການຮັບເອົາຄຳເຫັນຈາກປຊຊໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ)

ນະຄອນໂຮ່ຈິມິນຜັນຂະຫຍາຍການຮັບເອົາຄຳເຫັນຈາກປຊຊໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) - ảnh 1
(ປະມວນກົດໝາຍ​ແພ່ງ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/03, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການຮັບ​ເອົາ​ຄຳ​ເຫັນ​ຈາກ​ປຊຊ​ໃສ່​ຮ່າງ​ປະມວນກົດໝາຍ​ແພ່ງ (ສະບັບ​ປັບ​ປຸງ) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 760 ຄົນ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນກ່ຽວຂ້ອງ.

        ທີ່​ກອງ​ປະຊຸມ, ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ສະ​ເໜີບັນດາ​ຈຸດໝາຍ​ເປັນ​ພື້ນຖານ​ຂອງປະມວນກົດໝາຍ​ແພ່ງ (ສະບັບ​ປັບ​ປຸງ); ບັນດາ​ບັນຫາ​ຈຸດ​ສຸມ​ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ. ທ່ານ ດ.ຣ ບຸຍ​ມິ​ງຮົ່ງ, ຫົວ​ໜ້າ​ກົມ​ກົດໝາຍ​​ແພ່ງ - ​ເສດຖະກິດ, ກະຊວງ​ຍຸຕິ​ທຳ ​ໃຫ້​ຮູ້​ວ່າ.

        “ສິ່ງ​ສຳຄັນ​ແມ່ນ​ເຮັດ​ແນວ​ໃດ​ຮັບປະກັນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​​ໃຫ້​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ສະ​ນັ້ນ, ວຽກ​ງານ​ໂຄສະນາ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ​ຄວາມ​ສຳຄັນ, ການ​ກະທົບ​ຂອງປະມວນກົດໝາຍ​ແພ່ງ. ຜ່ານ​ນັ້ນ, ປະຊາຊົນ​​ເຂົ້າ​ໃຈ​ໄດ້​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ສ້າງປະມວນກົດໝາຍ​ແພ່ງ, ຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ຕົນ​ເອງ”.

ຂ່າວ/ບົດ​ອື່ນ