ນະຄອນໂຮ່ຈິມິນຜັນຂະຫຍາຍຂໍ້ລິເລີ່ມຂອງຊາວຫວຽດນາມຢູ່ຕ່າງປະເທດ

ນະຄອນໂຮ່ຈິມິນຜັນຂະຫຍາຍຂໍ້ລິເລີ່ມຂອງຊາວຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານ ເຈີນ​ຮ່​ວາ​ເຟືອງ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດນະ​ຄອນ​ໂຮ່​ຈິ​ມິ​ນ


(vovworld)- ໂດຍ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ວຽກ​ງານ​ສຳ​ລັບ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດໃນ​ສະ​ພາບ​ການ​ໃໝ່ ແລະ ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ. ນັ້ນ​ແມ່ນ​ບາງ​ໜ້າ​ທີ່​ຈຸດ​ສຸມ​ໂດຍ​ນະ​ຄອນ​ໂຮ່​ຈິ​ມິນ​ວາງ​ອອກ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສຳ​ລັບຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ປີ 2017 ທີ່​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22/2. ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ ຂໍ້​ລິ​ເລີ່ມປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ, ທ່ານ ເຈີນ​ຮ່​ວາ​ເຟືອງ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດນະ​ຄອນ​ໂຮ່​ຈິ​ມິ​ນ ໃຫ້​ຮູ້​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ພວມ​ສົ​ມ​ທົບ​ກັບ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ຫົວ​ໜ໋ວຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ຊຸກ​ຍູ້ເສີມ​ຂະ​ຫຍາຍ​ໝາກ​ຜົນ​ອັນ​ດີ​ງາມ​ໂດຍ​ນັກ​ປັນ​ຍາ​ຊົນ, ນັກ​ທຸ​ລະ​ກິດ, ຜູ້​ເຮັດ​ວຽກ​ງານ​ສັງ​ຄົມຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດໄດ້​ປະ​ກອບ​ສ່ວນໃຫ້​ການ​ນຳ​ນະ​ຄອນ ​ບັນ​ດາ​ຂໍ້​ລິ​ເລີ່ມ​ສ້າງ​ນະ​ຄອນ​ໃຫ້​ດີກວ່າເກົ່າ. ນີ້​ແມ່ນ​ຈຸດ​ສຸມ​ທີ່ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດຍູ້​ແຮງ ແລະ ເພີ່ມ​ທະ​ວີ​ການ​ສ້າງ​ສາ ແລະ ພັດ​ນະ​ນາ​ນະ​ຄອນ ”
ຂ່າວ/ບົດ​ອື່ນ