ນະຄອນໂຮ່ຈີມິນສະໜັບສະໜູນກ່ວາ40ຕື້ດົ່ງໃຫ້ກອງທຶນ“ເພື່ອທະເລບ້ານເກີດເມືອງນອນ,ເພື່ອດ່ານໜ້າຂອງປະເທດຊາດ”

ນະຄອນໂຮ່ຈີມິນສະໜັບສະໜູນກ່ວາ40ຕື້ດົ່ງໃຫ້ກອງທຶນ“ເພື່ອທະເລບ້ານເກີດເມືອງນອນ,ເພື່ອດ່ານໜ້າຂອງປະເທດຊາດ” - ảnh 1
ການສະແເດງສິລະປະໃນລາຍການ
(ພາບ: nld.com.vn)

(vovworld) - ຕອນ​ຄຳ່​ວັນ​ທີ 11/9, ທີ່​ລາຍການ​ພົວພັນ​ແລກປ່ຽນ​ສິລະ​ປະ “ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທ​ດຊາດ” ປີ 2016, ປະຊາຊົນ ​ແລະ ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປະກອບ​ຈຳນວນ​ເງິນ​ກ່ວາ 40 ຕື້​ດົ່ງ​ເຂົ້າ​ກອງ​ທຶນ “​ເພື່ອ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ​ເພື່ອ​ດ່ານໜ້າຂອງ​ປະ​ເທດ​ຊາດ”. ທີ່​ລາຍການ, ຜູ້​ຊົມ​ໄດ້​ຕິດຕາມ​​ບັນດາ​ເອກະສານ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ, ກອງທັບ​ໃນ​ບັນດາ​ເຂດຊາຍ​ແດນ, ທະ​ເລ, ໝູ່​ເກາະ, ​ໄດ້​ພົວພັນ​ແລກປ່ຽນ​ໂດຍ​ກົງ​ກັບ​ບັນນັກຮົບ​ແມ່ນ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ທະ​ຫານ​ເຮືອ, ຕຳຫຼວດ​ທະ​ເລ… ທີ່ພວມ​ເຮັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ບ້ານ​ເກີດ​ເມືອງ​ນອນ, ​ເຂດຊາຍ​ແດນ, ທະ​ເລ​ຂອງ​ປະ​ເທດ​ຊາດ​. ລາຍການກໍ​ໄດ້​ເຊີດ​ຊູ​ບັນດາ​ບຸກຄົນ, ໝູ່​ຄະນະ​ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​​ເພື່ອທະ​ເລ, ໝູ່​ເກາະ. ທ່ານ ​​ແກ໋ວງ​ເກື່ອງ, ການ​ນຳ​ບໍລິສັດ Saigon Co.op, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ສະໜັບ​ສະໜູນ​ກອງ​ທຶນ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ລາຍການ​ນີ້, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ ​ແລະ ​ເຊື່ອ​ໝັ້ນ​ວ່າທົ່ວ​ສັງຄົມ​ຂອງ​ພວກ​ເຮົາ​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈພ້ອມ​ກັບ​ປະຊາຊົນ ​ແລະ ນັກຮົບ​ຢູ່​ບັນດາ​ເຂດ​ຊາຍ​ແດນ, ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ​ເພື່ອ​ໃຫ້​ປະຊາຊົນ, ນັກຮົບ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ​ມີ​ຄວມ​ເຊື່ອ​ໝັ້ນ​ຕື່ມອີກ​ເພື່ອ​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ, ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ ຫວຽດນາມ.”


ຂ່າວ/ບົດ​ອື່ນ