ນະຄອນໂຮ່ຈີມິນເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຝະລັງ, ຮຸງກາລີ ແລະ ຢີ່ປຸ່ນ

(VOVWORLD) -  ວັນທີ 12 ຕຸລາ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ມີການເຮັດວຽກກັບ ທ່ານ Vincent Floreani, ຫົວໜ້າສະຖານກົງສູນໃຫຍ່ຝະລັງ ປະຈຳນະຄອນໂຮ່ຈີມິນ ແລະ ທ່ານ Fabrice Richy, ຜູ້ອຳນວຍການຄົນໃໝ່ອົງການພັດທະນາຝຮັ່ງ (AFD) ປະຈຳຫວຽດນາມ.

ນະຄອນໂຮ່ຈີມິນເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຝະລັງ, ຮຸງກາລີ ແລະ ຢີ່ປຸ່ນ - ảnh 1 ການຕ້ອນຮັບຄະນະຜູ້ແທນ ຍີ່ປຸ່ນ

(ພາບ: Minh Thư/hochiminhcity.gov.vn)

ນະທີ່ນີ້, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ຊີ້ແຈງວ່າ ຫວຽດນາມ ແລະ ຝະລັງ ມີສາຍພົວພັນສະໜິດແໜ້ນຜ່ານຫຼາຍໄລຍະປະຫວັດສາດ ແລະ ມາຮອດປະຈຸບັນໄດ້ກາຍເປັນຄູຮ່ວມມືຮອບດ້ານຂອງກັນໃນຫຼາຍຂົງເຂດ. ນະຄອນໂຮ່ຈີມິນ ປາຖະໜາວ່າ AFD ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຝຮັ່ງ ແລະ ນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ.

        ໃນວັນດຽວກັນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ກໍ່ໄດ້ຕ້ອນຮັບ ທ່ານ Bus Szilveszter, ຮອງລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ແລະ ພົວພັນເສດຖະກິດກັບຕ່າງປະເທດ ສາທາລະນະລັດຮຸງກາລີ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ. ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ ຢັ້ງຢືນວ່າ ບັນດາຂໍ້ຕົກລົງ, ແລກປ່ຽນລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງ Budapest ຂອງປະເທດຮຸງກາລີ ໃນບັນດາຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄຸ້ມຄອງ ແລະ ນຳໃຊ້ນ້ຳສະອາດ… ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ກາຍເປັນພື້ນຖານຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງທ້ອງຖິ່ນ ເວົ້າສະເພາະ, ລະຫວ່າງ ນະຄອນໂຮ່ຈີມິນ ແລະ ຮຸງກາລີ ເວົ້າລວມກວ່າອີກ.

        ກໍ່ໃນວັນດຽວກັນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໄດ້ຕ້ອນຮັບ ທ່ານ Nobuo Okunoki, ເຈົ້າຄອງນະຄອນ Kawaguchi (ແຂວງ Saitama, ປະເທດຍີ່ປຸ່ນ) ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ