ນະຄອນໂຮ່ຈິມິນເພີ່ມທະວີດການຮ່ວມມືດ້ານການທ່ອງທ່ຽວກັບເຂດKansaiມຍີ່ປຸ່ນ

ນະຄອນໂຮ່ຈິມິນເພີ່ມທະວີດການຮ່ວມມືດ້ານການທ່ອງທ່ຽວກັບເຂດKansaiມຍີ່ປຸ່ນ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເລ​ຮ່​ວາງກວນ
(ພາບ​ປະ​ກອບ)

(vovworld) - ​ວັນ​ທີ 28/11, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະ​ຫະ​ພັນ​ອຳ​ນາດ​ການ​ປົກ​ຄອງ​ເຂດ Kansai, ຍີ່​ປຸ່ນ ໂດຍ​ທ່ານ Ido Toshizo, ຜູ້​ວ່າ​ການ​ແຂວງ Hyogo ນຳ​ໜ້າ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເລ​ຮ່​ວາງກວນ ໃຫ້​ຮູ້​ວ່າ, ນະ​ຄອນ​ໂຮ່​ຈິ​ມິນ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ກັບ​ເຂດ Kansai ເວົ້າ​ສະ​ເພາະ ແລະ ຍີ່​ປຸ່ນ​ເວົ້າ​ລວ​ມ. ນັບ​ແຕ່​ເມື່ອ 2 ປະ​ເທດ​ຍົກ​​ລະ​ດັບການ​ພົວ​ພັນ​ເປັນ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ອາ​ຊີ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ກ​ໍ​ຄື​ນະ​ຄອນ​ໂຮ່​ຈິ​ມິນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຍີ່​ປຸ່ນ ລ້ວນ​ແຕ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ. ທ່ານ ເລ​ຮ່​ວາງກວນ ປາດ​ຖະ​ໜາ​ວ່​າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ມີ​ນັກ​ທ່ອ​ງ​ທ່​ຽວ​ເຂດ Kansai ມາ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມິນ ຫຼາຍກວ່າ​ອີກ.

ຂ່າວ/ບົດ​ອື່ນ