ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ,ກ້ວາງຂວາງ

ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ,ກ້ວາງຂວາງ - ảnh 1
ຕາງໜ້າ 2 ປະເທດ ຫວຽດນາມ-ລາວ ເຊັນສັນຍາຮ່ວມມືລະຫວ່າງ
ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ໄລຍະ 2015-2020
(ພາບ:​ nhandan.com.vn)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ ທ່ານດຣ ສິນ​ລະ​ວົງ ຄຸດ​ໄພທູນ, ​ກຳມະການສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ນະຄອນ, ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​​ໂຮ່ຈິ​ມິນ ນຳ​ໜ້າ​, ໄດ້ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ ​ວຽງ​ຈັນ ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 6-9/4/2015.

        ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ໂຮ່ຈິ​ມິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ມີ​ການ​ເຈລະຈາ ​ແລະ ​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດ​ຖະກິດສັງຄົມຂອງ​ແຕ່ລະ​ຝ່າຍ, ພ້ອມ​ທັງ​ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ​ໃນ​ໄລຍະ​ຜ່ານ​ມາ. ​2 ຝ່າຍ​ຢືນຢັນຈະສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ສະໜິດ​ຕິດ​ພັນ,​ ​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ເນື້ອ​ໃນ​ການ​ຮ່ວມ​ມື​ໄລຍະ 2015-2020. 2 ຝ່າຍ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື,​ ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິທີ​ເຊັນ​ສັນຍາ, ທ່ານ ດຣ ສິນ​ລະ​ວົງ ຄຸດ​ໄພທູນ ​ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ນະຄອນ, ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ:​

ເທບ​ສຽງ​ທ່ານ  ສິນ​ລະ​ວົງ ຄຸດ​ໄພທູນ

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ,​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ໂຮ່ຈິ​ມິນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​, ການ​ຄ້າ ​ແລະ ການທ່ອງທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ເຂົ້າ​ ລາວ.

ຂ່າວ/ບົດ​ອື່ນ