ນາຍົກລັດຖະມົນຕີ Christopher Luxon ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

(VOVWORLD) - ພິທີຕ້ອນຮັບໄດ້ຈັດຕັ້ງແບບພິເສດຢ່າງສົມກຽດຕາມພິທີທາງການທີ່ສະຫງວນໃຫ້ຜູ້ນຳລັດຖະບານຕ່າງປະເທດ ທີ່ມາຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ເຊິ່ງລວມມີ: ພິທີຕ້ອນຮັບຕາມປະເພນີຂອງຊາວທ້ອງຖິ່ນ Maori ແລະ ພິທີຕ້ອນຮັບທາງການ.
ນາຍົກລັດຖະມົນຕີ Christopher Luxon ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ຈັດຂຶ້ນຢ່າງສົມກຽດ
(ພາບ:VOV)

ຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນຫຼວງ Wellington, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ແຕ່ວັນທີ 10 – 11 ມີນາ.

          ພິທີຕ້ອນຮັບໄດ້ຈັດຕັ້ງແບບພິເສດຢ່າງສົມກຽດຕາມພິທີທາງການທີ່ສະຫງວນໃຫ້ຜູ້ນຳລັດຖະບານຕ່າງປະເທດ ທີ່ມາຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ເຊິ່ງລວມມີ: ພິທີຕ້ອນຮັບຕາມປະເພນີຂອງຊາວທ້ອງຖິ່ນ Maori ແລະ ພິທີຕ້ອນຮັບທາງການ. ພິທີຕ້ອນຮັບມີພັນລະຍາຂອງນາຍົກລັດຖະມົນຕີສອງທ່ານ, ການນຳບັນດາກະຊວງ, ອົງການສອງປະເທດ, ພິເສດມີການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ ນິວຊີແລນ. ທ່ານນາຍົກລັດຖະມົນຕີ ນິວຊີແລນ ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຂຶ້ນເວທີກຽດຕິຍົດ. ເພງຊາດ ຫວຽດນາມ ບັນເລັງຂຶ້ນ ກໍ່ແມ່ນເວລາທີ່ທຸງຊາດ ຫວຽດນາມ ປິວສະບັດ, ຫຼັງຈາກນັ້ນ ແມ່ນສຽງຍິງປືນໃຫຍ່ 19 ນັດເພື່ອຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.

        ສິ້ນສຸດພິທີ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ດຳເນີນການພົບປະເຈລະຈາ ຢູ່ສຳນັກງານສະພາແຫ່ງຊາດ.

        ທີ່ການຢ້ຽມຢາມ ນິວຊີແລນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ  ຈະພົບປະເຈລະຈາ, ກັບການນຳຂັ້ນສູງ ນິວຊີແລນ ເພື່ອແລກປ່ຽນກ່ຽວກັບມາດຕະການເພື່ອແນໃສ່ຍູ້ແຮງການຮ່ວມມືສອງຝ່າຍ, ໃນນັ້ນຊຸກຍູ້ບັນດາຂົງເຂດຮ່ວມມືຈຸດສຸມ, ມູນເຊື້ອ, ຄື: ການຄ້າ, ການລົງທຶນ, ແຮງງານ, ການສຶກສາ - ບຳລຸງສ້າງ, ກະສິກຳ… ທ່ານນາຍົກລັດຖະມົນຕີ ຈະເຮັດວຽກກັບບັນດາສະມາຄົມ, ວິສາຫະກິດແຖວໜ້າຂອງ ນິວຊີແລນ, ຢ້ຽມຢາມ, ເຮັດວຽກກັບບັນດາອົງການວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ