ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານສຳພັນທະມິດທະບຽນສານສາກົນ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານສຳພັນທະມິດທະບຽນສານສາກົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຮັບ​ທ່ານ​ປະທານປະທານ​ສຳພັນ​ທະ​ມິດທະບຽນ​ສານ​ສາກົນ
(ພາບ: TTXVN)


(vovworld) -     ​ຕອນ​ບ່າຍວັນ​ທີ 12/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານປະທານ​ສຳພັນ​ທະ​ມິດທະບຽນ​ສານ​ສາກົນ Jean Paul Decorps, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ແດງ​ຄວາມ​ຫວັງ​ວ່າ ການ​ເຄື່ອນ​ໄຫວ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ແຮກສ່ຽວ​ທະບຽນ​ສານ​ທ້ອງ​ຖິ່ນລະຫວ່າງ​ຫວຽດນາມ - ຝລັ່ງ ​ໃຫ້​ນັບ​ມື້​ນັບກ້າວ​ເຂົ້າ​ສູ່​ລວງ​ເລີກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອທີ່​ດີງາມລະຫວ່າງ​ຂະ​ແໜງ​ທະບຽນ​ສານ​ສອງ​ປະ​ເທດ​ກວ່າ​ອີກ, ສ້າງ​ຄວາມ​ສະດວກ ​ແລະ ກອບ​ກົດໝາຍ​ທີ່​ຮັບປະກັນ​ໃຫ້​ບັນດາ​ການ​ແລກປ່ຽນ​ພົນລະ​ເຮືອນ, ການ​ຄ້າ, ການ​ລົງທຶນ​ຂອງ​ບັນດາ​ອົງການ, ພົນລະ​ເມືອງ​ແຕ່ລະ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື ບໍ່​ພຽງ​ແຕ່​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ອົງການສາກົນ​ອີກ​ດ້ວຍ, ​ໃນ​ນັ້ນ​ມີ​ບັນດາ​ອົງການ​ສະຫະສະມາຄົມ​ວິຊາຊີບ​ສາກົນ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ ຫວຽດນາມ ພວມ​ມີບາດກ້າວ​ທີ​ຕັ້ງໜ້າ ​ເພີ່​ອກາຍ​ເປັນ​ສະມາຊິກ​ຂອງ​ສຳພັນ​ທະ​ມິດ​ທະບຽນ​ສານ​ສາກົນ.

ຂ່າວ/ບົດ​ອື່ນ