ນາຍົກລັດຖະມົນຕີ ກາ​ນາ​ດາ ຢັ້ງຢືນ​ຂ່າວ​ກ່ຽວກັບ​ອຸປະຕິ​ເຫດ​ເຮືອບິນ ​ເຮລີ ກັອບ​ແຕ ທະຫານຕົກ ຢູ່ ທະເລເມດີແຕຣາ​ເນ

(VOVWORLD) - ທ່ານ Harjit Sajjan ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ໃຫ້ຮູ້ວ່າ ສາເຫດພາໃຫ້ເກີດອຸປະຕິເຫດດັ່ງກ່າວ ແມ່ນຍັງບໍ່ຮູ້ຢ່າງຈະແຈ້ງເທື່ອ, ແຕ່ບັນດາ ເທບບັນທຶກສຽງຢູ່ໃນຫ້ອງຂັບ ແລະ ຂໍ້ມູນກ່ຽວກັບຖ້ຽວບິນດັ່ງກ່າວ ໄດ້ຮັບການຟື້ນຟູແລ້ວ.

ນາຍົກລັດຖະມົນຕີ ກາ​ນາ​ດາ ຢັ້ງຢືນ​ຂ່າວ​ກ່ຽວກັບ​ອຸປະຕິ​ເຫດ​ເຮືອບິນ ​ເຮລີ ກັອບ​ແຕ ທະຫານຕົກ ຢູ່ ທະເລເມດີແຕຣາ​ເນ - ảnh 1ເຮືອບິນເຮລີ ກັອບແຕ ໝາຍເລກ CH – 148 Cyclone Sikorsky ຂອງ ການາດາ(ພາບ: Wikipedia)

        ວັນທີ 30 ເມສາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ແລະ ບັນດາເຈົ້າໜ້າທີ່ທາງກະຊວງປ້ອງກັນຊາດຂອງປະເທດນີ້ ໄດ້ຢັ້ງຢືນວ່າ ມີທະຫານເຮືອຄົນໜຶ່ງຂອງປະເທດນີ້ ຖືກເສຍຊີວິດ ແລະ 5 ຄົນອື່ນຖືກຫາຍສາບສູນ ພາຍຫຼັງເກີດເຫດເຮືອບິນ ເຮລີ ກັອບແຕຕົກຢູ່ເຂດທະເລ ລະຫວ່າງ ອີຢິບ ແລະ ອີຕາລີ. ຕາມນາຍພົນ Jon Vance - ຫົວໜ້າເສນາທິໃຫຍ່ກອງທັບ ການາດາ ແລ້ວ, ເຮືອບິນເຮລີ ກັອບແຕ ໝາຍເລກ CH – 148 Cyclone Sikorsky ພວມເຂົ້າຮ່ວມການຝຶກຊ້ອມໂດຍ ອົງການ NATO ຈັດຂຶ້ນ ໄດ້ຖືກສູນເສຍສັນຍານຕິດຕໍ່ ເມື່ອເດີນທາງກັບຄືນກໍ່າປັ່ນຮົບ HMCS Fredericton.

        ທ່ານ Harjit Sajjan ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ໃຫ້ຮູ້ວ່າ ສາເຫດພາໃຫ້ເກີດອຸປະຕິເຫດດັ່ງກ່າວ ແມ່ນຍັງບໍ່ຮູ້ຢ່າງຈະແຈ້ງເທື່ອ, ແຕ່ບັນດາ ເທບບັນທຶກສຽງຢູ່ໃນຫ້ອງຂັບ ແລະ ຂໍ້ມູນກ່ຽວກັບຖ້ຽວບິນດັ່ງກ່າວ ໄດ້ຮັບການຟື້ນຟູແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ