ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ລາວ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ Hun sen ຈະມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ…
ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ລາວ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun sen)

       ວັນທີ 13 ກຸມພາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun sen ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ ລາຊາອານາຈັກ ກຳປູເຈຍເດີນທາງຢ້ຽມຢາມ ລາວ ຢ່າງເປັນທາງການເປັນເວລາ 2 ວັນ, ຄືໃນວັນທີ 13 ແລະ 14 ກຸມພາ ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

        ກ່າວຄຳເຫັນກັບວົງການນັກຂ່າວຢູ່ສະໜາມບິນ ພະນົມເປັນ, ກ່ອນທີ່ຖ້ຽວບິນ ຂອງ ທ່ານ Hun sen ອອກເດີນ, ທູດພິເສດນາຍົກລັດຖະມົນຕີ, ທ່ານ Srey Thamrong, ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ Hun sen ຈະມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ… ທ່ານ Hun sen ກໍ່ຈະພົບປະເຈລະຈາ ກັບ ທ່ານສອນໄຊສີພັນດອນ. ນາຍົກລັດຖະມົນຕີສອງທ່ານຈະປຶກສາຫາລືກ່ຽວກັບ ບັນດາມາດຕະການ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ, ລວມມີ: ປ້ອງກັນຄວາມສະຫງົບ, ການເມືອງ, ເສດຖະກິດ-ສັງຄົມ. ສອງຝ່າຍກໍ່ຈະແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ