ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ວາງແຜນການຢ້ຽມຢາມ ລັດເຊຍ

ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ວາງແຜນການຢ້ຽມຢາມ ລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe
(ພາບ: Kyodo/TTXVN)

(vovworld) - ວັນ​ທີ 08/01 ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ​ໃຫ້​ຮູ້​ວ່າ: ທ່ານ​ອາດ​ຈະ​ໄປ​ຢ້ຽມຢາມ ລັດ​ເຊຍ ​ໃນ​ຕົ້ນ​ປີ​ນີ້ ​ເພື່ອ​ສືບ​ຕໍ່​ເຈລະ​ຈາ​ກ່ຽວ​ກັບ​ເລືອ​ງ​ແກ້​ໄຂ​ບັນດາ​ການຂັດ​ແຍ້ງຜື​ນ​ແຜ່ນດິນ ​ແລະ ​ເຊັນ​ສົນທິສັນຍາ​ສັນຕິພາບ​ລະຫວ່າງ 2 ປະ​ເທດ. ​ເດືອນ 12/2016, ທ່ານ​ປະ​ທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ມີ​ການ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Shizo Abe. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ລວມບົນ​ເກາະ​ຕ່າງໆ​ທີ່​ພວມຂັດ​ແຍ້​ງກັນ. ກາ​ນຂັດ​ແຍ້​ງອະທິປະ​ໄຕ​ສຳລັບ​ເກາະ 4 ​ແຫ່ງ​​ແມ່ນ: Etorofu, Kunashiri, Shikotan ​ແລະ Habomai ​ເຊິ່ງປະຈຸ​ບັນ​ໂດຍ ລັດ​ເຊຍ ຄວບ​ຄຸມ ​ແລະ ​ເອີ້ນ​ວ່າ ​ໃຕ້ Kuril ​ໃນ​ຂະນະ​ນັ້ນ ​ໂຕ​ກຽວ ​ເອີ້ນ​ວ່າ ​ເຂດ​ຜືນ​​ແຜ່ນດິນ​ທາງ​ພາກ​ເໜືອ ​ໄດ້ກີດຂວາງ 2 ປະ​ເທດ​​ເຊັນ​ສົນທິສັນຍາ​ສັນຕິພາບ​ພາຍຫລັງ​ສົງ​ຄາມ​​ໂລກ​ຄັ້ງ​ທີ 2.

 

ຂ່າວ/ບົດ​ອື່ນ