ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ​ເຕື້ອງ​ເຖິງ​ຄວາມ​​ອາດສາ​ມາດທີ່​ຈະ​ໂຈະ Olympics Tokyo 2020 ເປັ​ນ​ຄັ້ງ​ທຳ​ອິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຖືວ່າ ປະເທດນີ້ຈະໂຈະການຈັດຕັ້ງ Olympics Tokyo 2020 ຖ້າຫາກວ່າ ສະພາບການແຜ່ລາມຂອງໂລກລະບາດ Covid 19 ເຮັດໃຫ້ການຈັດຕັ້ງເຫດການດັ່ງກ່າວບໍ່ມີຄວາມປອດໄພ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ​ເຕື້ອງ​ເຖິງ​ຄວາມ​​ອາດສາ​ມາດທີ່​ຈະ​ໂຈະ Olympics Tokyo 2020 ເປັ​ນ​ຄັ້ງ​ທຳ​ອິດ - ảnh 1 ສັນຍາລັກ  Olympics ຢູ່ Tokyo (ພາບ: AFP/TTXVN)

ວັນທີ 23 ມີນາ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໄດ້ຕັດສິນໃຈຈະຈັດຕັ້ງງານມະຫາກຳກິລາ Olympics Tokyo 2020 ໃຫ້ສົມບູນ, ແຕ່ວ່າ ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ ຖ້າສິ່ງນັ້ນປະສົບຄວາມຫຍຸ້ງຍາກ ຍີ່ປຸ່ນອາດຈະໂຈະການຈັດຕັ້ງ Olympics Tokyo 2020. ນີ້ແມ່ນຄັ້ງທຳອິດທີ່ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນເຕື້ອງເຖິງຄວາມອາດສາມາດວ່າ Olympics Tokyo 2020 ຈະບໍ່ໄດ້ຮັບການດຳເນີນຖືກຕາມແຜນການແມ່ນໃນວັນທີ 24 ກໍລະກົດຈະມາເຖິງ ໃນສະພາບການໂລກລະບາດ Covid – 19 ສືບຕໍ່ແຜ່ລາມຢ່າງແຮງໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ