ນາຍົກລັດຖະມົນຕີ ຟານວັນຂາຍ - ຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ

(VOVWORLD) -   ມີບົດລາຍງານ, ບົດປະກອບຄວາມເຫັນທີ່ກອງປະຊຸມເກືອບ 40 ບົດໄດ້ເຮັດແຈ້ງບາງເນື້ອໃນກ່ຽວກັບທ່ານ ແລະ ພາລະກິດປະຕິວັດຂອງທ່ານ ຟານວັນຂາຍ.
 
ນາຍົກລັດຖະມົນຕີ ຟານວັນຂາຍ - ຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ  - ảnh 1ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບທ່ານ ຟານວັນຂາຍ

ຕອນບ່າຍວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະພັກນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ທ່ານ ຟານວັນຂາຍ - ຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ, ລູກສິດດີເດັ່ນຂອງນະຄອນ ໂຮ່ຈີມິນ”. ກອງປະຊຸມສຳມະນາແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ຟານວັນຂາຍ ຄົບຮອບ 90 ປີ (25/12/1933 – 25/12/2023). ທ່ານ ຟານວັນຂາຍ ແມ່ນນາຍົກລັດຖະມົນຕີ ຫວຽດນາມ ແຕ່ເດືອນ ກັນຍາ 1997 ຮອດເດືອນ ກໍລະກົດ 2006.

        ມີບົດລາຍງານ, ບົດປະກອບຄວາມເຫັນທີ່ກອງປະຊຸມເກືອບ 40 ບົດໄດ້ເຮັດແຈ້ງບາງເນື້ອໃນກ່ຽວກັບທ່ານ ແລະ ພາລະກິດປະຕິວັດຂອງທ່ານ ຟານວັນຂາຍ. ທ່ານຮອງສາດສະດາຈານ, ປອ ຫງວຽນແຢງຕຽນ, ຫົວໜ້າສູນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ:

        “ທ່ານ ຟານວັນຂາຍ ມີ 3 ການປະກອບສ່ວນທີ່ພົ້ນເດັ່ນ. ທີໜຶ່ງແມ່ນຊີ້ນຳຍູ້ແຮງການປ່ຽນແປງໃໝ່ຮອບດ້ານກ່ຽວກັບເສດຖະກິດ - ສັງຄົມ. ພວກເຮົາເຫັນໄດ້ເຖິງການສະແດງອອກຢ່າງຈະແຈ້ງເມື່ອທ່ານໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນກອງປະຊຸມສະພາແຫ່ງຊາດຊຸດທີ 10, ໃນບົດຄຳເຫັນຂອງຕົນ, ທ່ານໄດ້ຊີ້ແຈ້ງໂຄງການ, ໜ້າທີ່ພື້ນຖານຂອງລັດຖະບານໃນອາຍຸການ 1997 2002. ທີສອງແມ່ນກ່ຽວກັບການປ່ຽນແປງໃໝ່ກ່ຽວກັບການປະຕິຮູບການບໍລິຫານ. ທີສາມ, ຊີ້ນຳການປ່ຽນແປງໃໝ່ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ, ເພື່ອຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ