ນາຍົກລັດຖະມົນຕີ ຟ້າມມິງຈິງ: Vietcombank ຄວນບືນຕົວອອກສູ່ໂລກ

(VOVWORLD) - ໂດຍເປັນໜຶ່ງໃນທະນາຄານການຄ້າຂອງລັດ 4 ແຫ່ງທີ່ມີຂອບຂະໜາດໃຫຍ່ສຸດໃນລະບົບທະນາຄານ ຫວຽດນາມ, ໃນ 60 ປີຜ່ານມາ,  Vietcombank ຍາມໃດກໍ່ຕອບສະໜອງຢ່າງທັນການ
ນາຍົກລັດຖະມົນຕີ ຟ້າມມິງຈິງ: Vietcombank ຄວນບືນຕົວອອກສູ່ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະດັບຫຼຽນໃຫ້ແກ່ທະນາຄານ Vietcombank
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບນາມມະຍົດວິລະຊົນແຮງງານຂອງທະນາຄານການຄ້າ ຫວຽດນາມ (Vietcombank). ໂດຍເປັນໜຶ່ງໃນທະນາຄານການຄ້າຂອງລັດ 4 ແຫ່ງທີ່ມີຂອບຂະໜາດໃຫຍ່ສຸດໃນລະບົບທະນາຄານ ຫວຽດນາມ, ໃນ 60 ປີຜ່ານມາ,  Vietcombank ຍາມໃດກໍ່ຕອບສະໜອງຢ່າງທັນການ, ມີປະສິດທິຜົນຕໍ່ບັນດາຄວາມຕ້ອງການທຶນສິນເຊື່ອ ແລະ ບັນດາການບໍລິການທະນາຄານທີ່ມີຄຸນນະພາບ, ຮັບໃຊ້ການຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຈຳກັດ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກ, ຮັບປະກັນບັນດາຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

        ໂດຍຮັບຮູ້, ຍ້ອງຍໍຊົມເຊີຍຜົນງານຂອງ Vietcombank ໃນ 60 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Vietcombank ສືບຕໍ່ຮັກສາທີ່ຕັ້ງເປັນທະນາຄານອັນດັບ 1 ຂອງ ຫວຽດນາມ, ນອນໃນກຸ່ມ 100 ທະນາຄານໃຫຍ່ຂອງພາກພື້ນ ອາຊີ, ເສີມຂະຫຍາຍບັນດາບົດບາດເປັນທະນາຄານຫຼັກແຫຼ່ງ, ນຳພາຕະຫຼາດຂອງລະບົບບັນດາອົງການສິນເຊື່ອ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ , Vietcombank ຄວນກຳນົດແຈ້ງເປົ້າໝາຍ, ການກຳນົດທິດ ແລະ ບັນດາໜ້າທີ່, ມາດຕະການພັດທະນາໄລຍະກາງ ແລະ ຍາວ, ເໝາະສົມກັບຍຸດທະສາດພັດທະນາຂະແໜງທະນາຄານຮອດປີ 2025, ກຳນົດທິດຮອດປີ 2030 ແລະ ທ່າອ່ຽງພັດທະນາລວມຂອງບັນດາທະນາຄານຢູ່ ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ