ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເລຂາຄະນະພັກແຂວງ ໄຮໜານ ເສີນແຊ່ວມິນ

(VOVWORLD) - ກ່ຽວກັບການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ໄຮໜານເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເລຂາຄະນະພັກແຂວງ ໄຮໜານ ເສີນແຊ່ວມິນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ເສີນແຊ່ວມິນ, ເລຂາພັກແຂວງ, ຫົວໜ້າຄະນະປະຈຳສະພາປະຊາຊົນແຂວງ ໄຮໜານ
(ພາບ:VGP/Nhật Bắc)

 

ວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ເສີນແຊ່ວມິນ, ເລຂາພັກແຂວງ, ຫົວໜ້າຄະນະປະຈຳສະພາປະຊາຊົນແຂວງ ໄຮໜານ, ປະເທດ ຈີນ ພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແລະ ຫວັງວ່າ ສອງຝ່າຍຈະເພີ່ມທະວີການພົວພັນແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນພັດທະນາການຄ້າຕາມທິດດຸ່ນດ່ຽງ, ເປີດກ້ວາງການຮ່ວມມືລົງທຶນ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຟື້ນຟູການຮ່ວມມືການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ຈີນ ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດທົດລອງການທ່ອງທ່ຽວເປັນຄະນະໂດຍໄວ; ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ກ່ຽວກັບການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ໄຮໜານເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ; ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຊື່ອມຕໍ່ການຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ພົວພັນແລກປ່ຽນວັດທະນະທຳ; ຮ່ວມມືກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊອກຫາກູ້ໄພກູ້ຊີບບົນທະເລ, ການປະພຶດກັບຊາວປະມົງທີ່ມີມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືບົນທະເລ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເລຂາຄະນະພັກແຂວງໄຮໜານເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ