ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ກຳມະການໃຫຍ່ຄະ​ນະ​ປະ​ຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຢາວລີຈີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສະພາແຫ່ງຊາດສອງປະເທດ ສືບຕໍ່ພົບປະແລກປ່ຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງກຸ່ມ ສສຊ ມິດຕະພາບ ຫວຽດນາມ - ຈີນ

ວັນທີ 27 ມິຖຸນາ, ທີ່ຫໍປະຊຸມໃຫຍ່ທີ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບ ທ່ານ ຢາວລີຈີ, ກຳມະການໃຫຍ່ຄະນະປະຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ທີ່ການພົບປະ, ສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ໜ້າບັນດາຄວາມຄືບໜ້າອັນດີງາມໃນການພົວພັນລະຫວ່າງສອງພັກ, ສອງລັດ ໃນໄລຍະທີ່ຜ່ານມາ. ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສະພາແຫ່ງຊາດສອງປະເທດ ສືບຕໍ່ພົບປະແລກປ່ຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງກຸ່ມ ສສຊ ມິດຕະພາບ ຫວຽດນາມ - ຈີນ, ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນິຕິບັນຍັດ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ.

        ສ່ວນທ່ານ ຢາວລີຈີ ຖືວ່າ ການເພີ່ມທະວີການແບ່ງປັນບົດຮຽນ, ປະສົບການກ່ຽວກັບການກໍ່ສ້າງພັກ ແລະ ຄຸ້ມຄອງປະເທດຊາດເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຈີນ - ຫວຽດນາມ ໃຫ້ເລິກເຊິ່ງ ຍິ່ງຂຶ້ນ ແມ່ນແທດເໝາະກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ. ຈີນຖືເປັນສຳຄັນການພັດທະນາການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງທີ່ບັນລຸໄດ້ເປັນຢ່າງດີ ພ້ອມທັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ - ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ