ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມໂຮງຮຽນປະຖົມເທດສະບານ ອຽນເລິບ, ແຂວງ ຝູເທາະ

(VOVWORLD) - ເຖິງຢ່າງໃດກໍ່ຕາມ, ເພື່ອຍົກສູງຄຸນນະພາບການສຶກສາຂອງແຂວງ ເວົ້າລວມ ແລະ ຂອງ ໂຮງຮຽນປະຖົມ ອຽນເລິບ ເວົ້າສະເພາະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຝູເທາະ ຜັນຂະຫຍາຍການເພີ່ມທະວີ ສ້າງເງື່ອນໄຂຢ່າງເຂັ້ມງວດ..
ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມໂຮງຮຽນປະຖົມເທດສະບານ ອຽນເລິບ, ແຂວງ ຝູເທາະ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມ ອຽນເລິບ

ວັນທີ 3 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມ ອຽນເລິບ, ເມືອງ ອຽນເລິບ, ແຂວງ ຝູເທາະ. ທ່ານນາຍົກລັດຖະມົນຕີ ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ແຂວງ ຝູເທາະ ທີ່ໄດ້ເອົາໃຈໃສ່ລົງທຶນ, ມີນະໂຍບາຍພັດທະນາການສຶກສາ, ບຳລຸງສ້າງ ແລະ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ອັດຕາສ່ວນໂຮງຮຽນບັນລຸມາດຕະຖານແຫ່ງຊາດ ຢູ່ໃນທອັບແຖວໜ້າທົ່ວປະເທດ. ຄຸນນະພາບການສຶກສາຂອງແຂວງຢູ່ແຖວໜ້າໃນຈຳນວນບັນດາແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເພື່ອຍົກສູງຄຸນນະພາບການສຶກສາຂອງແຂວງ ເວົ້າລວມ ແລະ ຂອງ ໂຮງຮຽນປະຖົມ ອຽນເລິບ ເວົ້າສະເພາະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຝູເທາະ ຜັນຂະຫຍາຍການເພີ່ມທະວີ ສ້າງເງື່ອນໄຂຢ່າງເຂັ້ມງວດ, ຮັບປະກັນການປະຕິບັດຄຸນນະພາບການສຶກສາຊັ້ນອະນຸບານ ແລະ ສາມັນສຶກສາຢ່າງມີປະສິດທິຜົນ; ຄັດເລືອກ, ນຳໃຊ້ປື້ມຕຳລາຮຽນ, ເອກະສານຄົ້ນຄ້ວາຖືກຕາມຂໍ້ກຳນົດ; ມີວິທີການໜູນຊ່ວຍປື້ມຕຳລາຮຽນໃຫ້ນັກຮຽນທຸກຍາກ, ຄອບຄົວນັກຮຽນທຸກຍາກ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຂະແໜງສຶກສາຂອງແຂວງເອົາໃຈໃສ່ເປັນພິເສດຕໍ່ໜ້າທີ່ສັກວັກຊິນ ປ້ອງກັນໂຄວິດ - 19 ເພື່ອຮັບປະກັນຄວາມປອດໄພ, ວິທະຍາສາດ, ປະສິດທິຜົນ ເພື່ອໃຫ້ພວກນ້ອງນັກຮຽນໄປໂຮງຮຽນຢ່າງມີຄວາມປອດໄພ, ພໍ່ແມ່ນັກຮຽນມີຄວາມອຸ່ນອ່ຽນໃຈ, ເອື້ອຍຄູອ້າຍຄູບໍ່ມີຄວາມເປັນຫ່ວງ. ທ່ານນາຍົກລັດຖະມົນຕີ ອວຍພອນໃຫ້ ເອື້ອຍຄູອ້າຍຄູ, ພວກນ້ອງນັກຮຽນ ໂຮງຮຽນປະຖົມ ອຽນເລິບ ສົກຮຽນໃໝ່ 2022 – 2023 ເຕັມໄປດ້ວຍບັນຍາກາດໃໝ່, ຍາມໃດກໍ່ມີສຸຂະພາບແຂງແຮງ ແລະ ບັນລຸຜົນງານໃໝ່ຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ