ນາຍົກລັດຖະມົນຕີ ຟ້າມມິງຈີງ ລົງສຳຫຼວດ ແລະ ຊີ້ນຳແກ້ໄຂບັນຫາຮີບດ່ວນຢູ່ ຝູກວກ

(VOVWORLD) -ຕອນເຊົ້າວັນທີ 30 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດສະພາບຕົວຈິງຢູ່ ຟູ໋ກວກ.
ນາຍົກລັດຖະມົນຕີ ຟ້າມມິງຈີງ ລົງສຳຫຼວດ ແລະ ຊີ້ນຳແກ້ໄຂບັນຫາຮີບດ່ວນຢູ່ ຝູກວກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັກວຽກກັບພະນັກງານຫຼັກແຫຼ່ງແຂວງກຽນຢາງ

     ສຳຫຼວດໂຄງການລົງທຶນກໍ່ສ້າງທ່າກຳປັ່ນໂດຍສານສາກົນ ຟູ໋ກວກ ດ້ວຍຍອດຈຳນວນເງິນລົງທຶນກວ່າ 1.600.000 ຕື້ດົ່ງ (ປະມານ 64 ຕື້ USD), ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຈັດຕັ້ງປະຕິບັດການກໍ່ສ້າງຕາມກຳນົດເວລາ, ຮັບປະກັນຄຸນນະພາບບັນດາກິດຈະກຳກໍ່ສ້າງ; ພິເສດແມ່ນຄົ້ນຄ້ວາ ແລະ ຜັນຂະຫຍາຍແຜນການພັດທະນາທ່າກຳປັ່ນ ແລະ ບັນດາທ່າກຳປັ່ນຢູ່ເກາະ ຝູ໋ກວກ ຕາມທິດສີຂຽວ ແລະ ທັນສະໄໝ.

     ຢ້ຽມຢາມສະໜາມບິນສາກົນ ຟູ໋ກວກ, ທ່ານນາຍົກລັດຖະມົນຕີຖືວ່າ ດ້ວຍອັດຕາການເຕີບໂຕດ້ານຄວາມຕ້ອງການຂົນສົ່ງທາງອາກາດສູງ, ການລົງທຶນພັດທະນາ ແລະ ເປີດກວ້າງສະໜາມບິນ ຟູ໋ກວກໃນໄລຍະຈະມາເຖິງ ແມ່ນຈຳເປັນ; ຮຽກຮ້ອງໃຫ້ຄັດເລືອກໜ່ວຍງານທີ່ປຶກສາ ສຳຫຼວດກວດກາຄືນ, ຕີລາຄາ ແລະ ສະເໜີແນະກ່ຽວກັບຜົນການວາງແຜນຜັງສະໜາມບິນ ຟູ໋ກວກ.

    ຢ້ຽມຢາມສູນການແພດ ຟູ໋ກວກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ສະເໜີນະຄອນຕ້ອງປະຕິບັດວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ; ເນັ້ນໜັກວ່າ, ຖ້າຫາກ ຟູ໋ກວກຢາກພັດທະນາສູນທ່ອງທ່ຽວສາກົນ, ຕ້ອງມີພື້ນຖານໂຄງລ່າງດ້ານການແພດທີ່ດີ.

ທ່ານນາຍົກລັດຖະມົນຕີຍັງໄດ້ໄປຢ້ຽມຢາມສະຖານທີ່ຄາດວ່າຈະກໍ່ສ້າງໂຮງງານກຳຈັດຂີ້ເຫຍື້ອ ຟູ໋ກວກ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຮີບເຮັ່ງລົງທຶນກໍ່ສ້າງໂຮງງານກຳຈັດຂີ້ເຫຍື້ອ, ກໍ່ສ້າງນະຄອນສະອາດ, ຂຽວງາມຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຕົວເມືອງໃນໄລຍະຍາວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມອ່າງເກັບນ້ຳຈືດເຢືອງດົງ; ເຂົ້າຖວາຍທູບທຽນອາໄລຫາຢູ່ ເຂດສຸສານນັກຮົບ ເສຍສະຫຼະຊີວິດເພື່ອຊາດ ຟູ໋ກວກ.

ຕອບກັບ

ຂ່າວ/ບົດ​ອື່ນ