ນາຍົກລັດຖະມົນຕີ ຟ້າມມິງຈິງ: ວຽກງານປ້ອງກັນ, ອັກຄີໄພຕ້ອງຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນສູງກ່ວາສິ່ງໃດໝົດ

(VOVWORLD) - ໄລຍະຜ່ານມາ, ກະຊວງຕຳຫຼວດ ໄດ້ຈັດສົ່ງພະນັກງານ, ນັບຮົບກ່ວາ 200.000 ເທື່ອຄົນ ດ້ວຍພາຫະນະກ່ວາ 30.000 ເທື່ອຢ່າງເພື່ອຈັດການກູ້ໄພກູ້ຊີບ ສຳລັບກໍລະນີໄຟໄໝ້, ລະເບີດ, ເຫດຂັດຂ້ອງ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ວຽກງານປ້ອງກັນ, ອັກຄີໄພຕ້ອງຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນສູງກ່ວາສິ່ງໃດໝົດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມທາງໄກ (ພາບ:Dương Giang/TTXVN)

 

ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມວຽກງານປ້ອງກັນ, ອັກຄີໄພ ແລະ ສະຫລຸບ 5 ປີແຫ່ງການປະຕິບັດມະຕິຂອງລັດຖະບານທີ່ກຳນົດວຽກງານກູ້ໄພກູ້ຊີບຂອງກຳລັງຕຳຫຼວດດັບເພີງ. ກອງປະຊຸມໄດ້ຈັດແບບທາງໄກຢູ່ສຳນັກງານລັດຖະບານຢູ່ນະຄອນຫຼວງ ຮ່າໂນ້ຍ ກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ.

        ໄລຍະຜ່ານມາ, ກະຊວງຕຳຫຼວດ ໄດ້ຈັດສົ່ງພະນັກງານ, ນັບຮົບກ່ວາ 200.000 ເທື່ອຄົນ ດ້ວຍພາຫະນະກ່ວາ 30.000 ເທື່ອຢ່າງເພື່ອຈັດການກູ້ໄພກູ້ຊີບ ສຳລັບກໍລະນີໄຟໄໝ້, ລະເບີດ, ເຫດຂັດຂ້ອງ, ອຸບັດຕິເຫດ 18.000 ກໍລະນີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ:

        “ບັນດາເຫດໄຟໄໝ້ໜັກໜ່ວງແມ່ນການກ່າວເຕືອນ ແລະ ໄດ້ສະແດງໃຫ້ເຫັນສະພາບການຮີບດ່ວນທີ່ວາງອອກຄວາມຮຽກຮ້ອງຕ້ອງການດ້ານໜ້າທີ່, ຈິນຕະນາການສຳຜັດໃໝ່ໃນວຽກງານປ້ອງກັນ, ອັກຄີໄພ, ຮັບມືກັບບັນດາເຫດໄຟໄໝ້ ເພື່ອຮັບປະກັນຄວາມປອດໄຟທາງຊັບສິນ, ພິເສດແມ່ນຊີວິດອິນຊີຂອງມະນຸດ, ຖືສຸຂະພາບ, ຊີວິດຂອງປະຊາຊົນເປັນຫຼັກ. ກ່ອນອື່ນໝົດ, ເພີ່ມທະວີກຳລັງປ້ອງກັນ, ອັກຄີໄພ, ກູ້ໄພກູ້ຊີບ, ພິເສດແມ່ນກ່ຽວກັບມະນຸດ, ເຕັກໂນໂລຊີ, ວັດຖຸອຸປະກອນ ແລະ ຄວາມຮັບຜິດຊອບຂອງແຕ່ລະອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງ, ສ່ວນບຸກຄົນ.”

ຕອບກັບ

ຂ່າວ/ບົດ​ອື່ນ