ນາຍົກລັດຖະມົນຕີ ຟ້າມມິງຈີງ ສັນທະນາກັບຊາວກະສິກອນ

(VOVWORLD) -ຕອນບ່າຍວັນທີ 30ທັນວາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ກອງປະຊຸມກ່ຽວກັບ ນາຍົກລັດຖະມົນຕີສົນທະນາກັບຊາວກະສິກອນປີນີ້ໄດ້ດຳເນີນໄປດ້ວຍຫົວຂໍ້ວ່າ: “ຊາວກະສິກອນແມ່ນເຈົ້າກຳ ແລະ ເປັນໃຈກາງໃນການພັດທະນາກະສີກຳ, ເສດຖະກິດ ແລະ ກໍ່ສ້າງຊົນນະບົດໃໝ່ສີຂຽວ ຍືນຍົງ ."
ນາຍົກລັດຖະມົນຕີ ຟ້າມມິງຈີງ ສັນທະນາກັບຊາວກະສິກອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສັນທະນາກັບຊາວກະສິກອນ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຮຽກຮ້ອງໃຫ້ບັນດາຜູ້ແທນແບ່ງປັນຄວາມເອກອ້າງທະນົງໃຈ, ຄວາມປະທັບໃຈ, ກໍຄືຄວາມເປັນຫ່ວງກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ຜ່ານນັ້ນສ້າງແຮງຈູງໃຈຕັດສິນໃຈປະຕິບັດບັນດາເປົ້າໝາຍກະສິກຳ. , ຊາວກະສິກອນ ແລະ ຊົນນະບົດຮອດປີ 2030, ມີວິໄສທັດຮອດປີ 2045.

    ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ກອງປະຊຸມ ສົນທະນາດຳເນີນໄປໃນຊຸມມື້ທ້າຍປີ, ສະນັ້ນ, ທຸກພາກສ່ວນທີ່ ເຂົ້າຮ່ວມການສົນທະນາຕ້ອງຕີລາຄາສະພາບການ ແລະ ສິ່ງທີ່ໄດ້ດຳເນີນໂດຍສັງເຂບ, ພາວະວິໄສ, ຮອບດ້ານ; ກວມລວມ, ນຳສະເໜີທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ ເພື່ອບັນລຸເປົ້າໝາຍ “ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ, ກະສິກຳຊີວະພາບ”, ຊາວກະສິກອນປັນຍາຊົນ.

     ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ດຳເນີນການສົນທະນາຢ່າງແທດຈິງ, ໄປຕົງເຂົ້າບັນຫາ, ສິ່ງກີດຂວາງ, ຄວາມຫຍຸ້ງຍາກ ແລະ ອຸປະສັກ, ພາຍຫຼັງການສົນທະນາກໍ ຕ້ອງມີຄວາມກ້າວໜ້າ, ອັນສຸດທ້າຍແມ່ນຕ້ອງມີຜະລິດຕະພັນລະອຽດ, ມີເງິນມີທຶນ, ເຂົ້າສານ, ທາງຄົມມະນາຄົມ, ປ່ຽນແປງໂສມໜ້າຊົນນະບົດໃຫ້ດີກ່ວາອີກ, ດ້ວຍທິດນຳ ທີ່ວ່າຊີວິດຊາວນາເປັນໃຈກາງ, ເປັນເຈົ້າກຳ , ຊົນນະບົດເປັນພື້ນຖານ, ກະສິກຳເປັນກຳລັງໜູນ.

ຕອບກັບ

ຂ່າວ/ບົດ​ອື່ນ