ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

(VOVWORLD) -ຕອນເຊົ້າວັນທີ 31 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍທິດທາງ ແລະ ວຽກງານປີ 2024 ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຮັບຮູ້ ແລະ ຕີລາຄາວ່າ ທົ່ວຂະແໜງການໄດ້ຈັດຕັ້ງການຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ດ້ວຍຫຼາຍວິທີຮັບເອົາຄວາມຄິດເຫັນ, ໂຄສະນາບັນດາຈຸດໃໝ່ ແລະ ການປ່ຽນແປງໃໝ່ທີ່ສຳຄັນໃນຮ່າງກົດໝາຍໃຫ້ແກ່ປະຊາຊົນທຸກຊັ້ນຄົນ.

  ພ້ອມກັນນັ້ນ, ຈັດຕັ້ງສ້າງກົດໝາຍວ່າດ້ວຍທໍລະນີ ແລະ ແຮ່ທາດ ເພື່ອຍື່ນສະເໜີຕໍ່ລັດຖະບານພິຈາລະນາ ແລະ ຍື່ນຕໍ່ສະພາແຫ່ງຊາດໃນປີ 2024; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄ້າງຄາ ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຂອງປະເທດຢ່າງມີປະສິດທິຜົນ; ຜັນຂະຫຍາຍສິນເຊື່ອສີຂຽວ ແລະ ຈຳໜ່າຍພັນທະບັດ ສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ