ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແພດສາດຮ່າໂນ້ຍ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ ແພດສາດຮ່າໂນ້ຍ (1902-2022) ແລະ 40 ປີແຫ່ງວັນຄູຫວຽດນາມ (1982-2022).
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແພດສາດຮ່າໂນ້ຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ

    ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເນັ້ນໜັກເຖິງຄວາມຕ້ອງການດ້ານການປິ່ນປົວ, ເບິ່ງແຍງສຸຂະພາບຂອງປະຊາຊົນກໍ່ຄືສະພາບໂລກລະບາດໃນປະຈຸບັນຊຶ່ງໄດ້ວາງໜ້າທີ່ ແລະ ຄວາມຮຽກນຮ້ອງຕ້ອງການຫຼາຍຢ່າງໃຫ້ແກ່ ຂະແໜງສາທາລະນະສຸກເວົ້າລວມ ແລະ ມະຫາວິທະຍາໄລ ແພດສາດຮ່າໂນ້ຍ ເວົ້າສະເພາະ. ສະນັ້ນ, ຄູ-ອາຈານ ແລະ ນັກສຶກສາຂອງໂຮງຮຽນ ຕ້ອງສູ້ຊົນໃຫ້ກາຍເປັນສູນຝຶກອົບຮົມ ແລະ ຄົ້ນຄວ້າການແພດຊັ້ນນຳຂອງປະເທດ ແລະ ພາກພື້ນ, ບໍ່ພຽງແຕ່ຝຶກອົບຮົມ ນັກຮຽນ ພາຍໃນປະເທດເທົ່ານັ້ນ ຫາກຍັງຝຶກອົບຮົມ ນັກສຶກສາຕ່າງປະເທດອີກດ້ວຍ; ບໍ່ພຽງແຕ່ນຳໃຊ້ບັນດາຜົນງານດ້ານວິທະຍາສາດ ແລະ ເຕັກໂນໂລຊີຢູ່ໃນລະດັບຊາດເທົ່ານັ້ນ ຫາກຍັງຢູ່ໃນລະດັບພາກພື້ນອີກດ້ວຍ; ບໍ່ພຽງແຕ່ ຮັບໃຊ້ປະຊາຊົນຢູ່ພາຍໃນປະເທດເທົ່ານັ້ນ, ແຕ່ຍັງຮັບໃຊ້ປະຊາຊົນຢູ່ຕ່າງປະເທດອີກດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ