​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​ການ​ລົງ​ທຶນ​ພັດ​ທະ​ນາ 19 ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດໃຫຍ່ແຫ່ງ​ລັດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງໜ້າທີ່ພັດທະນາເສດຖະກິດ - ສັງຄົມທົ່ວປະເທດໃນປີ 2024 ແມ່ນໃຫຍ່ຫຼວງກວ່າໜ້າທີ່ປີ 2023, ສະນັ້ນ, ໜ້າທີ່ຂອງບັນດາກະຊວງ, ຂະແໜງການ, ໃນນັ້ນມີຄະນະກຳມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ ແລະ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ນັ້ນ ກໍໃຫຍ່ຫຼວງກວ່າ.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​ການ​ລົງ​ທຶນ​ພັດ​ທະ​ນາ 19 ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດໃຫຍ່ແຫ່ງ​ລັດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 05 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຄະນະກຳມະການຄຸ້ມຄອງທຶນແຫ່ງລັດ ຢູ່ວິສາຫະກິດ ແລະ 19 ກຸ່ມບໍລິສັດ, ບໍລິສັດໃຫຍ່ໃນຂົງເຂດ  ກ່ຽວກັບການຜັນຂະຫຍາຍການຜະລິດ, ດຳເນີນທຸລະກິດປີ 2024 ແລະ ຊຸກຍູ້ການລົງທຶນພັດທະນາເສດຖະກິດ - ສັງຄົມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງໜ້າທີ່ພັດທະນາເສດຖະກິດ - ສັງຄົມທົ່ວປະເທດໃນປີ 2024 ແມ່ນໃຫຍ່ຫຼວງກວ່າໜ້າທີ່ປີ 2023, ສະນັ້ນ, ໜ້າທີ່ຂອງບັນດາກະຊວງ, ຂະແໜງການ, ໃນນັ້ນມີຄະນະກຳມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ ແລະ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ນັ້ນ ກໍໃຫຍ່ຫຼວງກວ່າ.

        ດ້ວຍຄວາມຫວັງໃນ ປີ 2024, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ ກໍ່ສຸມໃສ່ລົງທຶນພັດທະນາຫຼາຍກວ່າ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ໄຈ້ແຍກ, ຕີລາຄາໝາກຜົນການເຄື່ອນໄຫວປີ 2023 ແລະ ສະເໜີບັນດາໜ້າທີ່, ມາດຕະການຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມປີ 2024 ແລະ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ