ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຍູ້ແຮງວຽກງານການທູດເສດຖະກິດ

(VOVWORLD) -ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນາຍົກລັດຖະມົນຕີກັບບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດ ກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາໃນປີນີ້ ແລະ ໃນອະນາຄົດ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຍູ້ແຮງວຽກງານການທູດເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນສະພາບການປະຈຸບັນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກແມ່ນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ພັດທະນາຢ່າງກົມກຽວລະຫວ່າງເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ; ເສີມຂະຫຍາຍກຳລັງບົ່ມຊ້ອນຂອງປະເທດຊາດໃນລະດັບສູງສຸດເພື່ອພັດທະນາ.

     ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາອົງການຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດສືບຕໍ່ກຳແໜ້ນສະພາບການຂອງໂລກ ແລະ ພາກພື້ນ, ປັບປຸງຕະຫລາດທີ່ມີຢູ່ແລ້ວ, ເປີດກວ້າງຕະຫຼາດໃໝ່; ເພີ່ມທະວີການສົມທົບຢູ່ພາຍໃນ ແລະ ຕ່າງປະເທດ, ລະຫວ່າງກະຊວງ, ຂະແໜງການ, ລະຫວ່າງວິສາຫະກິດ - ລັດ - ປະຊາຊົນ. ກ່ຽວກັບບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຕ້ອງເປັນເຈົ້າການພັດທະນາເຄື່ອງໝາຍການຄ້າ, ການສົ່ງອອກແບບຍືນຍົງ, ດັດປັບໃຫ້ແທດເໝາະກັບສະພາບການ, ຍົກສູງປະສິດທິຜົນແຫຼ່ງກຳລັງຂອງປະເທດໃນວຽກງານນຳເຂົ້າ ແລະ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ