ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍປະ​ຈຳ​ເດືອນ ມັງ​ກອນ 2024 ຂອງ​ລັດ​ຖະ​ບານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ປະຈຳເດືອນ ມັງກອນ 2024 ຂອງລັດຖະບານ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍປະ​ຈຳ​ເດືອນ ມັງ​ກອນ 2024 ຂອງ​ລັດ​ຖະ​ບານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ເປັນປະທານກອງປະຊຸມ (ພາບ: VGP)

ວັນທີ 29 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ປະຈຳເດືອນ ມັງກອນ 2024 ຂອງລັດຖະບານ. ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືໃນ 5 ເນື້ອໃນ, ເຊິ່ງໃນນັ້ນ ມີຮ່າງກົດໝາຍ 3 ສະບັບ, ລວມມີ: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜູ້ອາລັກຂາ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ); ກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ແລະ ໃບສະເໜີ 2 ສະບັບ ກ່ຽວກັບການສ້າງກົດໝາຍ, ລວມມີ: ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ (ສະບັບປັບປຸງ).

        ທີ່ກອງປະຊຸມ, ທ່ານຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນ ຫຼື ຍັງມີຄວາມເຫັນແຕກຕ່າງກັນ ທີ່ຕ້ອງປຶກສາຫາລື, ຂໍຄຳເຫັນລັດຖະບານ, ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງກອງປະຊຸມ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ