ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດ Melbourne, ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ

(VOVWORLD) - ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ ອົດສະຕາລີ ຈະແລກປ່ຽນ, ຍົກອອກວິໄສທັດ, ບັນດາທິດທາງ ແລະ ມາດຕະການລະອຽດ ເພື່ອເປີດກ້ວາງການຮ່ວມມືໃນໄລຍະຈະມາເຖິງ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດ Melbourne, ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຢູ່ສະໜາມບິນ
(ພາບ:Phương Hoa - TTXVN)

ຕອນບ່າຍວັນທີ 4 ມີນາ, ເຮືອບິນພິເສດສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດສະໜາມບິນ Melbourne, ເລີ່ມເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແຕ່ວັນທີ 5 – 9 ມີນາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese.

        ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງສາຍພົວພັນ ອາຊຽນ - ອົດສະຕາລີ ດ້ວຍຫົວຂໍ້ “ຄູ່ຮ່ວມມືໃຫ້ແກ່ອະນາຄົດ” ແມ່ນໂອກາດເພື່ອໃຫ້ສອງຝ່າຍຫວນຄືນການພົວພັນໃນຕະຫຼອດ 50 ປີຜ່ານມາ ແລະ ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນພັດທະນາແທດຈິງ, ມີປະສິດທິຜົນ, ເໝາະສົມກັບຂອບເຂດການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຂຶ້ນໃນປີ 2021.

        ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ ອົດສະຕາລີ ຈະແລກປ່ຽນ, ຍົກອອກວິໄສທັດ, ບັນດາທິດທາງ ແລະ ມາດຕະການລະອຽດ ເພື່ອເປີດກ້ວາງການຮ່ວມມືໃນໄລຍະຈະມາເຖິງ. ພິເສດ, ຄາດວ່າ ຝ່າຍອົດສະຕາລີ ຈະແລກປ່ຽນ ແລະ ສະເໜີບັນດາຂໍ້ລິເລີ່ມຮ່ວມມືໃໝ່; ຖ້າສອງຝ່າຍເຫັນດີເປັນເອກະພາບຈະມີບາດກ້າວບຸກທະລຸ ໃນການພົວພັນສອງຝ່າຍ, ປະກອບສ່ວນສ້າງກຳລັງໜູນ ແລະ ພື້ນຖານເພື່ອໃຫ້ການພົວພັນ ອາຊຽນ - ອົດສະຕາລີ ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

        ໃນການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຈລະຈາ, ພົບປະກັບການນຳຂັ້ນສູງ ອົດສະຕາລີ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ, ເຂົ້າຮ່ວມງານວາງສະແດງບັນດາໂຄງການລົງທຶນຢູ່ ຫວຽດນາມ; ເຮັດວຽກກັບບາງສະມາຄົມວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ອົດສະຕາລີ…

ຕອບກັບ

ຂ່າວ/ບົດ​ອື່ນ