ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ

(VOVWORLD) -ຄາດຄະເນວ່າ, ໃນການປະຕິບັດງານຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ; ຈະພົບປະສອງຝ່າຍກັບການນຳອາເມລິກາ, ບາງປະເທດອາຊຽນ; ພົບປະ, ເຮັດວຽກກັບການນຳສປຊ…
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດນະຄອນຫຼວງວໍຊິງຕັນເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ 

ຕອນເຊົ້າວັນທີ 11 ພຶດສະພາ (ຕາມເວລາ ຫວຽດນາມ), ຖ້ຽວບິນພິເສດນຳສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນທະຫານ Andrews ຢູ່ນະຄອນຫຼວງ ວໍໍຊິງຕັນ, ເລີ່ມຕົ້ນການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ, ຢ້ຽມຢາມ, ເຮັດວຽກຢູ່ອາເມລິກາ ແລະ ສປຊ ແຕ່ວັນທີ 11 – 17 ພຶດສະພາ. ອອກໄປຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນມີທ່ານ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper,  ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ.

ຄາດຄະເນວ່າ, ໃນການປະຕິບັດງານຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອາເມລິກາ; ຈະພົບປະສອງຝ່າຍກັບການນຳອາເມລິກາ, ບາງປະເທດອາຊຽນ; ພົບປະ, ເຮັດວຽກກັບການນຳສປຊ…ພິເສດ, ທ່ານນາຍົກລັດຖະມົນຕີ ຈະມີການພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ