ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ​ບັງ​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​​ແນ​ໃສ່​ກຳ​ລັງ ສ​ປ​ຊ

(VOVWORLD) - ວັນທີ 30 ມີນາ, ທ່ານ Najib Mikati ນາຍົກລັດຖະມົນຕີ ລີບັງ ໄດ້ກ່າວປະນາມເຫດບຸກໂຈມຕີ ແນໃສ່ ກຳລັງຂອງ ສປຊ ຢູ່ທາງທິດໃຕ້ຂອງ ລີບັງ ເຮັດໃຫ້ຜູ້ສັງເກດການ ສປຊ 3 ຄົນ ແລະ ພາສາແປ່ 1 ຄົນ ຖືກຮັບບາດເຈັບ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ​ບັງ​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​​ແນ​ໃສ່​ກຳ​ລັງ ສ​ປ​ຊ - ảnh 1ທ່ານ Najib Mikati ນາຍົກລັດຖະມົນຕີ ລີບັງ (ພາບ: AFP/TTXVN)

ກຳລັງຮັກສາສັນຕິພາບ ຂອງ ສປຊ ຢູ່ທາງທິດໃຕ້ ລີບັງ (UNIFIL) ພວມສືບສວນກ່ຽວກັບເຫດບຸກໂຈມຕີ, ພ້ອມທັງເນັ້ນໜັກວ່າ ການບຸກໂຈມຕີແນໃສ່ເປົ້າໝາຍແມ່ນພາລະກອນຮັກສາສັນຕິພາບຂອງ ສປຊ ແມ່ນບໍ່ອາດຍອມຮັບໄດ້.

ກ່ອນໜ້ານັ້ນ, ໃນວັນດຽວກັນ ການບຸກໂຈມຕີຂອງ ອິດສະລາແອັນ ທີ່ຍິງຖືກເປົ້າໝາຍລົດຂົນສົ່ງຜູ້ສັງເກດການສປຊ ຢູ່ນອກເທດສະບານ Rmeish ທາງທິດໃຕ້ ລີບັງ. UNIFIL ແມ່ນຄະນະປະຕິບັດງານຮັບຜິດຊອບການຂົນສົ່ງບັນດາຜູ້ສັງເກດການດ້ານເຕັກນິກ ຢູ່ ເຂດຊາຍແດນຂຽວ - ເຊິ່ງແມ່ນເສັ້ນຂີດຂັ້ນຊາຍແດນລະຫວ່າງ ລີບັງ ແລະ ອິດສະລາແອັນ. ສ່ວນກອງທັບ ອິດສະລາແອັນ ໄດ້ປະກາດວ່າ ກຳລັງນີ້ບໍ່ປະຕິບັດເຫດບຸກໂຈມຕີທາງອາກາດແນໃສ່ ຍານພາຫະນະຂົນສົ່ງ ຜູ້ສັງເກດການ ສປຊ ຢູ່ທາງທິດໃຕ້ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ