ນາຍົກລັດຖະມົນຕີ ສິງກະໂປ ແລະ ພັນລະຍາສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ສິງກະໂປ ແລະ ພັນລະຍາສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ບ່າຍວັນ​ທີ 24/03 ທ່ານ​ນາຍົກ​ລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​ແລະ ພັນ​ລະ​ຍາ ​​ໄດ້ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມອັນ​ດີງາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 21 – 24/03/2017 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ.

        ກ່ອນ​ໜ້າ​ນັ້ນ ຕອນ​ເຊົ້າ​ວັນ​ທີ 24/03, ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ. ທີ່​ການ​ພົບ​ປະ ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ສິງກະ​ໂປ ​ໃນ​ບັນດາ​ຂົງ​ເຂດ​ຄື: ວາງ​ແຜນຜັງ ​ແລະ ຄຸ້ມ​ຄອງ​ຕົວ​ເມືອງ, ພັດທະນາ​ຕົ້ນ​ໄມ້​ຂຽວ, ສ້າງ​ນະຄອນ​ທັນ​ສະ​ໄໝ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ສິງກະ​​ໂປ ຫຼີຊຽນຫຼົງ ສະ​ເໜີ​ອຳນາດ​ການ​ປົກຄອງ​ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ວາອີກ ​ເພື່ອ​​ໃຫ້ນັບ​ມື້​ນັບ​ມີ​ນັກ​ລົງທຶນ​ຂອງ ສິງກະ​​ໂປ ມາ​ລົງທຶນ​ຢູ່ ຫວຽດນາມ ຫລາຍ​ກ່ວາ.

 

ຕອບກັບ

ຂ່າວ/ບົດ​ອື່ນ