ນາຍົກລັດຖະມົນຕີ ສົ່ງຈົດໝາຍອວຍພອນບຸນປີໃໝ່ Chol Chnam Thmay ປີ 2018

(VOVWORLD) - ພ້ອມກັບຄວາມເອົາໃຈໃສ່ລົງທຶນ, ໜູນຊ່ວຍຂອງພັກ, ລັດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີຍົດສັກຕຳແໜ່ງຊາວເຜົ່າ ຂະແມ ...
ນາຍົກລັດຖະມົນຕີ ສົ່ງຈົດໝາຍອວຍພອນບຸນປີໃໝ່ Chol Chnam Thmay ປີ 2018 - ảnh 1ພາບປະກອບ

ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2018, ຂອງພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພາກໃຕ້ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນບຸນປີໃໝ່ປະເພນີ Chol Chnam Thmay ເຖິງພໍ່ແມ່ປະຊາຊົນ, ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ຊາວເຜົ່າຂະແມ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ: ພ້ອມກັບຄວາມເອົາໃຈໃສ່ລົງທຶນ, ໜູນຊ່ວຍຂອງພັກ, ລັດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີຍົດສັກຕຳແໜ່ງຊາວເຜົ່າ ຂະແມ ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ມານະພະຍາຍາມສູ້ຊົນກ່ວາອີກ ໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມ; ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ ໃນກຸ່ມກ້ອນມະຫາສະມາຄີທົ່ວປວງຊົນ…

        ທ່ານນາຍົກລັດຖະມົນຕີ ອວນພອນໃຫ້ພໍ່ແມ່ປະຊາຊົນ, ຜູ້ມີຍົດສັກຕຳແໜ່ງ ແລະ ຊາວເຜົ່າຂະແມ ຕ້ອນຮັບບຸນປີໃໝ່ Chol Chnam Thmay ຢ່າງອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ