ນາຍົກລັດຖະມົນຕີ ສ.ຝລັ່ງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍຢັ້ງຢືນຄວາມຕັດສິນໃຈຊຸກຍູ້ການພົວພັນສອງຝ່າຍພາຍຫຼັງການລົງນາມສັນຍາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ (2013 – 2018) ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018)
ນາຍົກລັດຖະມົນຕີ ສ.ຝລັ່ງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ນາຍົກລັດຖະມົນຕີ ຝລັ່ງ ແລະ ຫວຽດນາມ

ຕອນຄ່ຳວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ສ.ຝລັ່ງ Édouard Philippe ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມແຕ່ວັນທີ 2 – 4 ພະຈິກ 2018, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ.

        ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍຢັ້ງຢືນຄວາມຕັດສິນໃຈຊຸກຍູ້ການພົວພັນສອງຝ່າຍພາຍຫຼັງການລົງນາມສັນຍາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ (2013 – 2018) ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018). ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືສອງຝ່າຍໃນການພັດທະນາລັດຖະບານເອເລັກໂຕນິກ ແລະ ຫັນການບໍລິຫານລັດເປັນທັນສະໄໝ, ເຊິ່ງເປັນຂົງເຂດຮ່ວມມືໃໝ່ ແລະ ມີແງ່ຫວັງ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືເລິກເຊິ່ງ ກ້ວາງຂວາງ ໃນຂົງເຂດວັດທະນະທຳ; ເພີ່ມທະວີການສົມທົບກັນໃນການຮັບປະກັນຜົນງານຂອງກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ຝລັ່ງ ເຊິ່ງຄັ້ງທີ 11 ຈະຈັດຂຶ້ນໃນເດືອນເມສາ 2019 ຢູ່ນະຄອນ Toulouse (ຝລັ່ງ).

        ສອງຝ່າຍຢັ້ງຢືນ ການຮ່ວມມືເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນສອງຝ່າຍ ແລະ ເນັ້ນໜັກວ່າຄວນເພີ່ມທະວີການຮ່ວມມື, ຊຸກຍູ້ບັນດາໂຄງການຈຸດສຸມເຊິ່ງ 2 ຝ່າຍພວມຜັນຂະຫຍາຍກໍ່ຄືໃນການເພີ່ມທະວີການພົວພັນ ຫວຽດນາມ - ສະຫະພາບເອີລົບ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Édouard Philippe ໄດ້ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນບັນດາເອກະສານ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ